ບົດແປຈາກ FT
ສປປ ລາວ ປະເຊີນກັບຄວາມລົ້ມເຫຼວໃນການຊຳລະໜີ້ ເນື່ອງຈາກ ທຶນສຳຮອງລະຫວ່າງປະເທດ
ຕ່ຳກວ່າ 1 ຕື້ໂດລາ
ກະຊວງການເງິນຂໍຄຳແນະນຳຈາກຈີນໃນການປັບໜີ້ສິນຄືນໃໝ່.
ລາວປະເຊີນຄວາມກັງວົນທາງດ້ານໜີ້ສິນທີ່ມີຄວາມສ່ຽງເພີ່ມຂຶ້ນ ແລະ ການລົ້ມເຫລວໃນການຊຳລະໜີ້ຂອງລັດຖະບານ
ອີງຕາມສຳນັກງານການຈັດອັນດັບສິນເຊື່ອ ແລະ ຜູ້ແນະນຳທາງດ້ານເສດຖະກິດ, ເນື່ອງຈາກ ໂຄໂຣນາໄວຣັສ
ແລະ ຂະແໜງການພະລັງງານທີ່ມີໜີ້ສິນມະໂຫລານເລີ່ມເກັບຄ່າໃນ ປະເທດລາວ ເຊິ່ງເປັນໜຶ່ງໃນປະເທດທຸກຍາກສຸດໃນອາຊີ.
Financial Times ໄດ້ຮຽນຮູ້ວ່າ: ທຶນສຳຮອງລະຫວ່າງປະເທດຂອງລາວຕ່ຳກວ່າ 1 ຕື້ໂດລາ, ນ້ອຍກວ່າ
ການຊຳລະໜີ້ປະຈຳປີຂອງ ສປປ ລາວ ແລະ ເຈົ້າໜ້າທີ່ກະຊວງການເງິນໄດ້ຂໍຈີນ, ຜູ້ທີ່ເປັນເຈົ້າໜີ້ທີ່ໃຫ່ຍສຸດຂອງລາວ,
ເພື່ອຂໍຄຳແນະນຳໃນການກຳນົດໜີ້ສິນຄືນໃໝ່. ອີງຕາມຂໍ້ມູນຈາກ Refinitiv, ປະເທດສຸດທ້າຍໃນອາຊີທີ່ລົ້ມເຫລວໃນການຊຳລະໜີ້ລັດຖະບານແມ່ນປະເທດພະມ້າໃນປີ
2002. ໃນເດືອນກ່ອນ ການບໍລິການແກ່ນັກລົງທືນແຫ່ງ Moody ໄດ້ຫລຸດລະດັບ ເຄຣດິດອົງກອນຂອງປະເທດລາວຈາກ
B3 ຫລຸດລົງເປັນ Caa2, ເລິກລົງໃນຂອບເຂດທີ່ເປັນ “ລະດັບໄຮ້ຄ່າ” ແລະ ໄດ້ປ່ຽນແປງ ອະນາຄົດທີ່ຄາດຫວັງໄວ້ກາຍເປັນລົບ.
ການບໍລິການແກ່ນັກລົງທືນໄດ້ກ່າວວ່າ ປະເທດລາວໄດ້ປະເຊີນກັບ ຄວາມກັງວົນທາງດ້ານສະພາບຄ່ອງທີ່ຮຸນແຮງ,
ການຊຳລະໜີ້ຈຳນວນມະຫາສານກຳລັງຈະຄົບກຳນົດປີນີ້ ແລະ ສືບຕໍ່ຈົນຮອດປີ 2025”. ນັກວິເຄາະມີຄວາມວິຕົກກັງວົນເປັນພິເສດກ່ຽວກັບ
ການເງິນທາງດ້ານການຄ້າທີ່ສະແດງຄວາມກັງວົນໂດຍ ລາວໃນຕະຫລາດພັນທະບັດໃນປະເທດໄທ, ເຊິ່ງໄດ້ຮັບຜົນປະໂຫຍດຢ່າງສະໝ່ຳສະເໝີໃນປີຜ່ານມາ
ແຕ່ບໍ່ໄດ້ຜົນຕອບແທນມາໃນປີ 2020. ທ່ານ Jeremy Zook, ຜູ້ອຳນວຍການ ການຈັດອັນດັບສິນເຊື່ອແຫ່ງອາຊີ
ພ້ອມກັບ ບໍລິສັດ Fitch Ratings ກ່າວວ່າ “ມັນຈະຍາກສຳລັບລາວໃນການເຂົ້າເຖິງ ຕະຫລາດພັນທະບັດສາກົນໃນແວດລ້ອມນີ້
ແລະ ການຊອກຫາການບໍ່ປະຕິບັດຕາມພັນທະທີ່ມີຢູ່ແລ້ວ ໃນ ຕະຫລາດ ພັນທະບັດໄທ ເຊິ່ງປາກົດມີ
ຄວາມທ້າທາຍທີ່ເພີ່ມຂຶ້ນ.” “ລັດຖະບານໄດ້ສະແຫວງຫາ ທະນາຄານການຄ້າ ແລະ ການເງິນທັງສອງຝ່າຍເພື່ອເຕີມຊ່ອງຫວ່າງ.” ບໍລິສັດ ຈັດອັນດັບໜີ້ຂອງ ສປປ ລາວ ເປັນຊັ້ນ B ແລະ ໄດ້ຫລຸດລະດັບການຄາດຫວັງໃນອະນາຄົດ ເປັນລົບໃນເດືອນ ພຶດສະພາ. ຄວາມສ່ຽງຂອງການລົ້ມເຫລວໃນການຊຳລະໜີ້ແມ່ນອາດຂົ່ມຂູ່ຕໍ່ ການດຳເນີນທາງການເງິນສຳລັບ ລາວ, ຈະສົ່ງຜົນໃຫ້ຄວາມລຳບາກແກ່ ປະຊາຊົນທົ່ວໄປໃນ ລາວ, ທ່ານ Toshiro Nishizawa, ມະຫາວິທະຍາໄລ ໂຕກຽວ, ລາວຜະເຊີນກັບ ການຊຳລະໜີ້ປະຈຳປີ ຫລາຍກວ່າ 1 ຕື້ໂດລາ ຈົນຮອດທ້າຍປີ 2024 ແຕ່ທຶນສຳຮອງມີພຽງ 864 ລ້ານໂດລານັບຈາກເດືອນມິຖຸນາ, ເຊິ່ງເດືອນທ້າຍສຸດທີ່ຂໍ້ມູນປາກົດ. Toshiro Nishizawa, ສາສະດາຈານທີ່
Graduate School of Public Policy ແຫ່ງມະຫາວິທະຍາໄລໂຕກຽວ ແລະ ເປັນສະມາຊິກທີມນະໂຍບາຍການເງິນທີ່ແນະນຳໃຫ້
ສປປ ລາວ, ໄດ້ເຕືອນກ່ຽວກັບຄວາມສ່ຽງຂອງ ເຫດສຸກເສີນທາງກດ້ານເສດຖະກິດແຫ່ງຊາດ ໃນຊ່ວງຫລັງໂຄວິດ-19.
ທ່ານ ສຈ. Nishizawa ກ່າວ“ຄວາມສ່ຽງຂອງການລົ້ມເຫລວໃນການຊຳລະໜີ້ສິນປະເທດຊາດແມ່ນເປັນໄພຂົ່ມຂູ່ທີ່ແອບແຝງສຳລັບລາວ,
ເປັນຜົນໃຫ້ ເກີດຄວາມຍາກລຳບາກແກ່ປະຊາຊົນທຳມະດາໃນປະເທດ,”. ການບໍລິການໜີ້ພາຍນອກແມ່ນໃຫ່ຍພຽງພໍໃນການເພີ່ມຄວາມກົດດັນຕໍ່ທຶນສຳຮອງລະຫວ່າງປະເທດທີ່ຂາດເຂີນຊ່ວງຫລັງການລະບາດ ໂຄວິດ19.
ກ່ອນໂຄວິດ-19, ສຳນັກງານການຈັດອັນດັບ ແລະ ນັກການທູດຕາເວັນຕົກໄດ້ເຕືອນ ລະດັບໜີ້ສິນຂອງລາວ,
ໜີ້ສິນທີ່ໄດ້ຂະຫຍາຍສູງຂຶ້ນຈາກ ໂຄງການພະລັງງານໄຟຟ້າແຮງນ້ຳຂະໜາດໃຫ່ຍທີ່ມີຂໍ້ໂຕ້ຖຽງທາງສິ່ງແວດລ້ອມເທິງ
ແມ່ນ້ຳຂອງ ແລະ ໂຄງການລົດໄຟຄວາມໄວສູງທີ່ສະໜັບສະໜູນຈາກຈີນ. ສອງທ່ານທີ່ບໍ່ໄດ້ເປີດເຜີຍຊື່ຍ້ອນຄວາມລະອຽດອອ່ນຂອງເລື່ອງນີ້,
ກ່າວຕໍ່ FT ວ່າ ເຈົ້າໜ້າທີ່ການເງິນຝ່າຍລາວໄດ້ເຈລະຈາກັບຝ່າຍຈີນກ່ຽວກັບ ການບັນເທົາໜີ້ສິນທີ່ເປັນໄປໄດ້.
G20, ເຊິ່ງຈີນເປັນສະມາຊິກ, ໄດ້ມີການລິເລີ່ມການໂຈະການບໍລິການທາງດ້ານໜີ້ສິນ ສຳລັບປະເທດທຸກຍາກ ເຊິ່ງ IMF ແລະ ທະນາຄານໂລກ
ສະໜັບສະໜູນ, ແຕ່ລາວຍັງບໍ່ໄດ້ສະໜັກເຂົ້າຮ່ວມມັນເທື່ອ. ໂດຍແຍກກັນຈາກໜີ້ລັດຖະບານ,
ຊຶ່ງ ບໍລິສັດ Fitch ຄາດຄະເນວ່າຢູ່ $12.6 ຕື້,
ຫລື 65 ສ່ວນຮ້ອຍຂອງ GDP, ໄຟຟ້າລາວ (EDL), ລັດວິສາຫະກິດພະລັງງານນັ້ນ,
ມີໜີ້ປະມານ 8 ຕື້ໂດລາ. EDL ໃນປີ 2018 ໄດ້ເຊັນຂໍ້ຕົກລົງກັບ ລັດວິສາຫະກິດໄຟຟ້າພາກໃຕ້ຂອງຈີນເພື່ອພັດທະນາຕາຂ່າຍສາຍສົ່ງຂອງລາວ
ເຊິ່ງໄດ້ພະຍາຍາມໃນການສືບຕໍ່ ການສະໜອງພະລັງງານທີ່ຜະລິດໂດຍເຂື່ອນໃນນ້ຳຂອງ. FT ບໍ່ສາມາດຕິດຕໍ່ກະຊວງການເງິນຂອງລາວ
ແລະ ເຈົ້າໜ້າທີ່ EDL ບໍ່ໄດ້ຕອບກັບຕໍ່ຄວາມຮຽກຮ້ອງສຳລັບຄວາມເຫັນ. ໃນກໍລະນີຂອງປະເທດກຳລັງພັດທະນາອື່ນໆໃນອາຊີທີ່ມີໂຄງການໂຄງລ່າງພື້ນຖານຈີນ,
ຜູ້ອຸປະຖຳ ແລະ ນັກການທູດໄດ້ສະແດງຄວາມກັງວົນກ່ຽວກັບຄວາມສ່ຽງທີ່ວ່າ ລາວ ຈະຢູ່ພາຍໃຕ້ອິດທິພົນຂອງຈີນ
ຫາກບໍ່ສາມາດຊຳລະໜີ້ສິນຕໍ່ເນື່ອງໃນໂຄງການທີ່ລົງທຶນຮ່ວມ, ຫລື ຖືກຂໍໃຫ້ປັກກິ່ງໃນການແປງໜີ້ເປັນທຶນ.
ບໍລິສັດຈີນຄວບຄຸມທ່າເຮືອສຳຄັນໃນສີລັງກາໃນປີ
2017, ເຊິ່ງໄດ້ສັນຍານເຕືອນໃນອາຊີ ກ່ຽວກັບ “ກັບດັກໜີ້”. ຫວຽດນາມ, ປະເທດທີ່ມີຄວາມສຳພັນໃກ້ຊິດກັບລາວ
ແລະ ເປັນພັນທະມິດສັງຄົມນີຍົມ, ຊຶ່ງມີຄວາມສຳພັນທີ່ຊັບຊ້ອນກັບຈີນ, ອາດຈະກັງວົນກ່ຽວກັບສັນຍາໜີ້ສິນໃດໜຶ່ງທີ່ອະນຸຍາດໃຫ້ປັກກິ່ງມີອິດທິພົນຕໍ່ປະເທດໄດ້.
ການລາຍງານເພີ່ມເຕີມໂດຍ Jonathan Wheatley ໃນລອນດອນ ແລະ Hudson Lockett ໃນຮົງກົງ
@JohnReedwrites
ແປຈາກ FT.
No comments:
Post a Comment