ເຄືອຂາ່ຍ 5G, ອຸປະກອນ 5G - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

29.6.19

ເຄືອຂາ່ຍ 5G, ອຸປະກອນ 5G

5G ແມ່ນຫຍັງ?

5G ແມ່ນຍຸກສະໄໝທີຫ້າ ຫຼື ເຈເນເຣຊັ່ນທີຫ້າ ຂອງເຕັກໂນໂລຊີ ເຊລລູລາ ຊຶ່ງຄາດວ່າຈະປັບປຸງຄວາມໄວ, ຂອບເຂດສັນຍານ ແລະການຕອບສະໜອງຂອງເຄືອຂ່າຍໄວເລສ ຫຼື ແບບໄຮ້ສາຍໄດ້ຢ່າງຫລວງຫລາຍ.
ຄວາມໄວທີ່ເວົ້ານັ້ນ ໄວປານໃດບໍ? ເຄືອຂ່າຍຂອງ Verizon ສະແດງໃຫ້ເຫັນຄວາມໄວ ເພີ່ມຂຶ້ນ 1 ຈີກາໄບຕ໌ ຕໍ່ ວິນາທີ.
ໝາຍວ່າມີຄວາມໄວ 10-100 ເທົ່າໄວກວ່າ ການເຊື່ອມຕໍ່ ເຊວລູລາ ທົ່ວໄປຂອງທ່ານ ແລະ ໄວກວ່າ ທຸກຢ່າງທ່ານສາມາດໄດ້ຮັບຈາກ ສາຍເຄເບິນໃຍແກ້ວນຳແສງ  (fiber-optic cable) ທີ່ຕໍ່ເຂົ້າໃນເຮືອນຂອງທ່ານ. (ທ່ານຈະສາມາດດາວໂຫຼດໄຟລ໌ຂະໜາດໃຫ່ຍພາຍໃນ ສອງສາມວິນາທີ).

ໂທລະສັບ ເຄືອຂ່າຍ 5G


ໂທລະສັບ 5G ລາຄາບໍ່ແມ່ນຖືກໆ, ສ່ວນໃຫ່ຍລາຄາເກີນ $1,000 . 
Huawei's Mate X. ຈະມີລາຄາປະມານ 2,300 euros ($2,600) ເມື່ອມັນວາງຂາຍ (Huawei ວາງແຜນໃນການວາງຈຳໜ່າຍກາງປີນີ້ ແຕ່ຖືກໂຈະແລະຍືດເວລາອອກໄປ).  
ໃນປະເທດອັງກິດ  Mate 20 X 5G.  ຈະມີລາຄາປະມານ £999 (ຫລື ປະມານ $1,279 ໃນສຫລ ແລະ AU$1,856 ໃນອົດສະຕາລີ).
Verizon ເລີ່ມຈຳໜ່າຍ Galaxy S10 5G ໃນເດືອນພຶດສະພາຜ່ານມາ. ທີ່ລາຄາ $1,300 -- $300 ແພງກວ່າ Galaxy S10 Plus --
ບໍລິສັດ Samsung ກໍເລີ່ມຜະລິດ ອຸປະກອນ 5G  ແຕ່ການວາງຈຳໜ່າຍຖືກໂຈະຍ້ອນວ່າບັນຫາໜ້າຈໍ ແລະ ລາຄາຍັງບໍ່ແນ່ນອນ.
 LG V50 ThinQ ແມ່ນມີໃຫ້ແລ້ວ ສຳລັບ ຜູ້ໃຊ້ Sprint ດ້ວຍລາຄາ $1,152, ແລະ Verizon ກຳລັງຂາຍລາຄາ $999. ມັນຈະມີຂາຍທີ່ T-Mobile ແລະ AT&T ໃນປີນີ້ແນ່ນອນ.
ຍີ່ຫໍ້ອື່ນຈາກ Motorola/Lenovo ແລະ Xiaomi. Xiaomi's Mi Mix 3 5G ຂາຍ ລາຄາ 599 euros ($679) ເມື່ອລົງສູ່ຕະຫລາດໃນເດືອນ ພຶດສະພາ, ແລະລາຄາຖືກກວ່າ ໂທລະສັບ 4G ໃນປັດຈຸບັນ.
ແຫຼ່ງຂ່າວ cnet.com

No comments:

Post a Comment

SpicyTricks

Post Top Ad