Introduction of using Lao fonts on computer and mobile

ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດງານເປີດການນຳໃຊ້ ແລະ ວາງສະແດງຕົວອັກສອນລາວ ເພັດຊະລາດ ໃນລະບົບຄອມພິວເຕີ ແລະ ໂທລະສັບມືຖື ວັນທີ 29 ທັນວາ 2011 ຢູ່ໂຮງແຮມດອນຈັນ ພາເລດ ໂດຍມີທ່ານພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຜູ້ຊີ້ນຳວຽກງານໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍທ່ານລັດຖະມົນຕີ ລັດຖະມົນຕີຊ່ວຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ກ່່າວວ່າ: ເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື ICT ເປັນເຄື່ອງມື ແລະ ພາຫະນະທີ່ທັນສະໄໝ ເພື່ອເພີ່ມປະສິດທິພາບ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄຸ້ມຄອງລັດ ການຜະລິດ ການຄ້າ ການຕິດຕໍ່ພົວພັນ ແລະ ໄດ້ກາຍເປັນຄວາມຕ້ອງການຂອງຊີວິດປະຈຳວັນຂອງສັງຄົມໃນທົ່ວໂລກ.
ອົງການສະຫະປະຊາຊາດ ໄດ້ຖືເອົາການເຂົ້າເຖິງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ເປັນໜຶ່ງໃນບູລິມະສິດທີ່ສຳຄັນຂອງແຜນພັດທະນາສະຫັດສະວັດຂອງໂລກ ຍ້ອນຄວາມສຳຄັນຂອງ ICT ກົມການເມືອງສູນກາງພັກ ຈຶ່ງໄດ້ອອກຄຳສັ່ງແນະນຳໃຫ້ມີການພັດທະນາ ICT ຢູ່ ສປປ ລາວ ພ້ອມດຽວກັນ ລັດຖະບານ ກໍໄດ້ອອກນະໂຍບາຍແຫ່ງຊາດ ໃນການນຳໃຊ້ເຕັກໂນໂລຊີນັ້ນ ເພື່ອເປັນເຄື່ອງມືທີ່ສຳຄັນໃນການຜັນຂະຫຍາຍນະໂຍບາຍຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ ພ້ອມທັງເປັນພາຫະນະໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແນໃສ່ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ.
ຂີດໝາຍສຳຄັນໃນເດືອນກໍລະກົດ 2009 ລັດຖະບານ ໄດ້ຮັບຮອງເອົາແບບ ຫຼື ຟອນເພັດຊະລາດ ເປັນມາດຕະຖານແຫ່ງຊາດ ໃນການນຳໃຊ້ຕົວອັກສອນລາວ ໃນລະບົບຄອມພິວເຕີ ເຊິ່ງແມ່ນອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ໃນເມື່ອກ່ອນ ເປັນຜູ້ຄົ້ນຄ້ວາ ແລະ ນຳສະເໜີຕໍ່ລັດຖະບານ ປັດຈຸບັນກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ມອບໃຫ້ນັກວິຊາການດ້ານຄອມພິວເຕີລາວ ທີ່ສຳເລັດການສຶກສາມາຈາກຫຼາຍປະເທດ ພັດທະນາອັກສອນລາວຟອນເພັດຊະລາດ ໃຫ້ສົມບູນຕາມມາດຕະຖານສາກົນ ແລະ ໃຫ້ສາມາດບັນຈຸໃນລະບົບຄອມພິວເຕີ ແລະ ໂທລະສັບມືຖືດ້ວຍຕົວອັກສອນລາວ ໄດ້ແລ້ວ ນອກນີ້ ຟອນເພັດຊະລາດ ຍັງສາມາດປ່ຽນຟອນອັກສອນລາວອື່ນໆ ໃຫ້ເປັນຟອນດຽວໄດ້ອີກດ້ວຍ.
No comments:
Post a Comment