ໂຄວິດ-19: ພົບການລະບາດໃນພາກຕາເວັນອອກສ່ຽງເໜືອຂອງຈີນ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

19.1.21

ໂຄວິດ-19: ພົບການລະບາດໃນພາກຕາເວັນອອກສ່ຽງເໜືອຂອງຈີນ

 


ຕາມການລາຍງານຂອງ AP,  ໃນວັນອັງຄານນີ້ ທົ່ວປະເທດຈີນ ພົບຜູ້ຕິດເຊື້ອໄວຣັດໂຄໂຣນາລາຍໃໝ່ 108 ຄົນ

ໃນນັ້ນ 43 ຄົນແມ່ນພົບທີ່ແຂວງ ຈີຫລິນ ແລະ ທາງການເລີ່ມໃຊ້ມາດຕະການລັອກດາວ ແລະ ຫ້າມເດີນທາງຢ່າງວ່ອງໄວ ກ່ອນຈະຮອດວັນຕຸດຈີນ ເດືອນໜ້າ.

ສ່ວນແຂວງ ຫລຽວນິ້ງ ທາງພາກເໜືອ ກໍໃຊ້ມາດຕະການທີ່ເຂັ້ມງວດເຊັ່ນກັນ ຄື ການກັກບໍລິເວນ ແລະ ການຫ້າມເດີນທາງເພື່ອຢຸດການແຜ່ເຊື້ອ, ທາງການອອກຄຳສັ່ງຫ້າມ ການເດີນທາງ, ປິດໂຮງຮຽນ ແລະ ກວດຫາເຊື້ອພະຍາດ ໃນເປັນວົງກວ້າງ.

ເມືອງຫລວງຂອງເຫິເບ, Shijiazhuang, ໄດ້ກໍ່ສ້າງສະຖານທີ່ ເພື່ອໃຫ້ສາມາດກັກບໍລິເວນໄດ້ເຖິງ ຫລາຍກວ່າ 3,000 ຄົນ ເພື່ອພະຍາຍາມ ການຄວບຄຸມການຕິດເຊື້ອ.

No comments:

Post a Comment

SpicyTricks

Post Top Ad