ການໃຫ້ລາງວັນໂນເບລ 2020, ເຕືອນໂລກກ່ຽວກັບຄວາມສາມາດຂອງມະນຸດສຳລັບຄວາມກ້າວໜ້າ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

10.10.20

ການໃຫ້ລາງວັນໂນເບລ 2020, ເຕືອນໂລກກ່ຽວກັບຄວາມສາມາດຂອງມະນຸດສຳລັບຄວາມກ້າວໜ້າ

 


ການໃຫ້ລາງວັນໂນເບລ 2020, ເຕືອນໂລກກ່ຽວກັບຄວາມສາມາດຂອງມະນຸດສຳລັບຄວາມກ້າວໜ້າ




ມັນຍຸຕິທຳທີ່ຈະເວົ້າວ່າປີ 2020 ບໍ່ແມ່ນປີທີ່ດີສຳລັບທຸກຄົນ. ແຕ່ບໍ່ຈຳເປັນໃນການເບິ່ງໂລກໃນແງ່ຮ້າຍ ສະນັ້ນປີນີ້ແມ່ນປີທີ່ດີໃນການສະຫລອງ ຜູ້ໄດ້ຮັບລາງວັນ ໂນເບລ, ເຊິ່ງ ການວິໄຈທີ່ມະຫັດສະຈັນຂອງພວກເຂົາຊີ້ຫົນທາງໄປໃນອະນາຄົດ ເຊິ່ງຈະມີ ໂຣກພະຍາດທີ່ນ້ອຍລົງ, ຜູ່ອຶດຫິວທີ່ນ້ອຍລົງ ແລະ ການເຂົ້າໃຈທີ່ຫລາຍຂຶ້ນກ່ຽວກັບຄວາມລຶກລັບແຫ່ງຈັກກະວານ.


ເບິ່ງຄ້າຍກັບວ່າປີ 2020 ຈະເປັນອີກປີໜຶ່ງທີ່ການສະແດງອັນດຸເດືອດໂດຍ ບັນດາ ມະຫາວິທະຍາໄລຕ່າງ ໃນ ອາເມຣິກາເໜືອ ແລະ ເອີຣົບໃນການກະຕຸ້ນພົມແດນແຫ່ງວິທະຍາສາດ. ລະບົບຂອງ ມະຫາວິທະຍາໄລ California ແມ່ນປະທັບໃຈເປັນພິເສດ ເຊິ່ງໃຊ້ເປັນ ຕົວເຕືອນແຫ່ງຄວາມສຳຄັນຂອງລະບົບມະຫາວິທະຍາໄລຂອງລັດທີ່ຍິ່ງໃຫ່ຍແຫ່ງອາເມຣິກາ ແລະ ຜົນປະໂຫຍດຂອງການສະໜັບສະໜູນການຄົ້ນຄວ້າວິໄຈທີ່ ມະຫາວິທະຍາໄລຕ່າງໆຂອງລັດ.


ລາງວັນໂນເບລ ສາຂາຟິຊິກສາດໄດ້ຖືກແບ່ງເປັນສອງລາງວັນສຳລັບປີນີ້, ໃນການຊົມເຊີຍ ແລະ ຍ້ອງຍໍສັນລະເສີນ ການຄົ້ນພົບທີ່ມີຄຸນຄ່າເທົ່າທຽມກັນ. ລາງວັນເຄິ່ງໜຶ່ງມອບໃຫ້ ທ່ານ Dr. Reinhard Genzel, ສະຖາບັນ Max Planck ສຳລັບຟິຊິກສາດ ແລະ ດາລາສາດ ແລະ UC Berkeley ແລະ ມອບໃຫ້ ທ່ານ Dr. Andrea Ghez ແຫ່ງ UCLA.  Dr. Ghez ແມ່ນຜູ້ຍິງຄົນທີສາມໃນການຮັບລາງວັນນັບແຕ່ ນາງ ມາຣີ ຄູຣີ ໄດ້ຮັບລາງວັນໃນປີ 1903.

ທ່ານ Genzel ແລະ Ghez ໄດ້ສຶກສາເລິກເຊິ່ງເຂົ້າໃນ ຈຸດສູນກາງຂອງດາລາຈັກທາງຊ້າງເຜືອກ ຫຼື (Milky Way Galaxy). ຫ້າສິບປີກອ່ນ, ນັກອາວະກາດເລີ່ມຕົ້ນຄາດເດົາວ່າດາລາຈັກໄດ້ໝຸນຄ້າຍກຽວຮອບໆ ຫລຸມດຳຂະໜາດໃຫ່ຍ, ປະມານ 4 ລ້ານເທົ່າ ມວນສານຂອງຕາເວັນ. ຜູ້ໜຶ່ງອາດຈະຄິດວ່າຈະງ່າຍໃນການກວດຫາວັດຖຸຂະໜາດເຊັ່ນນັ້ນ, ແຕ່ເນື່ອງຈາກ ຫລຸມດຳ ດູດຊຶມເອົາແສງທັງໝົດພາຍໃນ event horizon ຂອງພວກມັນ, ບໍ່ມີສິ່ງໃດສາມາດເຮັດແບບນັ້ນໄດ້. Genzel ແລະ Ghez ສຳເລັດຜົນ ສິ່ງທີ່ດີສຸດຕໍ່ໄປ. ພວກເຂົາໄດ້ສັງເກດ gas clouds ຢູ່ນອກຂອງ event horizon, ຖືກປິ່ນແລະໜຸນໄປທິດທາງກົງກັນຂ້າມຢ່າງວ່ອງໄວ ໂດຍ ແຮງດຶງດູດທີ່ບໍ່ສາມາດເຂົ້າໃຈໄດ້ ໃນລະດັບໜຶ່ງສ່ວນສາມຂອງຄວາມໄວແສງ.  ມັນເປັນໄປບໍ່ໄດ້ໃນການສັງເກດທຸກຢ່າງໃກ້ເຂົ້າໃນສູນກາງຂອງດາລາຈັກ. ຄະນະກຳມະການລາງວັນໂນເບລຮຽກ ການຄົ້ນພົບຂອງພວກເຂົາວ່າ: “ຫລັກຖານທີ່ເຊື່ອຖືທີ່ສຸດໃນຕອນນີ້ກ່ຽວກັບ ຫລຸມດຳຂະໜາດໃຫ່ຍທີ່ສູນກາງຂອງ ທາງຊ້າງເຜືອກ ຫຼື the Milky Way galaxy. ”


ແລະອີກເຄິ່ງໜຶ່ງຂອງລາງວັນແມ່ນມອບໃຫ້ ທ່ານ Roger Penrose,  ນັກຄະນິດສາດແຫ່ງ ມະຫາວິທະຍາໄລ ອອຊຟອຣດ. ໃນຂະນະທີ່ ການຄົ້ນພົບຂອງ Genzel ແລະ Ghez ແມ່ນອີງໃສ່ ການສັງເກດ, Penrose ໄດ້ອາໄສຄະນິດສາດ. ລາວສະແດງໃຫ້ເຫັນວ່າ ບໍ່ພຽງແຕ່ຫລຸມດຳທີ່ເປັນໄປໄດ້ ແຕ່ໄດ້ສະແດງໃຫ້ເຫັນວ່າ ການກໍ່ຕົວເປັຍຫລຸມດຳແມ່ນຫລີກລຽງບໍ່ໄດ້ພາຍໃຕ້ ສະພາບທີ່ຖືກຕ້ອງ.

ການເຂົ້າໃຈລັກສະນະທາດແທ້ຂອງຫລຸມດຳແມ່ນສຳຄັນຍິ່ງໃນການເຂົ້າໃຈຄຳຖາມທີ່ສຳຄັນທີ່ສຸດຈຳນວນໜຶ່ງໃນຈັກກະວານ ເຊັ່ນວ່າ ລັກສະນະຂອງການດຶງດູດ ແລະ ແມ່ນຫຍັງຄື ແຮງພື້ນຖານທີ່ ເລື່ອງຮູບຮ່າງ ແລະ ພະລັງງານ ຍ້ອນຜົນຮັບນັ້ນ, ການຄົ້ນຄວ້າກ່ຽວກັບ ຫລຸມດຳ ແລະ ຈັກະວານວິທະຍາ ໄດ້ ຮັບລາງວັນ ໂນເບລເໜືອສາຂາອື່ນໃນໄລຍະຜ່ານມາມໍ່ໆນີ້.


ລາງວັນໂນເບລສຳລັບ ການຢາ ແມ່ນໄດ້ມອບໃຫ້ Dr. Charles Rice, ແຫ່ງ The Rockefeller University ໃນນະຄອນນິວຢອກ ແລະ ທ່ານ Michael Houghton, ແຫ່ງ University of Alberta ໃນ ແອດມູນຕັນ, ການາດາ ແລະ Dr. Harvey Alter ແຫ່ງ ສະຖາບັນສຸຂະພາບແຫ່ງຊາດຂອງ U.S.


ວຽກງານຂອງພວກເຂົາໄດ້ນຳໄປສູ່ ການເສຍຊີວິດຫລຸດລົງຢ່າງວ່ອງໄວທີ່ເປັນສາເຫດຈາກໂຣກໄວຣັດຕັບອັກເສບຊີ ເຊິ່ງເປັນໂຣກທີ່ໄດ້ຂ້າຊີວິດຜູ້ຄົນເປັັນລ້ານໆຄົນໃນທົ່ວໂລກ.  ວຽກງານໄດ້ເລີ່ມຕົ້ນເປັນໄລຍະເວລາຍາວນານ ແລະຮຽກຮ້ອງ ການເຮັດວຽກຮ່ວມກັນຈາກບັນດາມະຫາວິທະຍາໄລຫລາຍໆແຫ່ງເຊັ່ນ Stanford ແລະ Washington ເຊັ່ນກັນກັບອຸດສາຫະກຳເອກະຊົນອື່ນໆ. 


ລາງວັນໂນເບລ ສາຂາ ເຄມີ, ຄັ້ງທຳອິດທີ່ ນັກວິໄຈທັງສອງທີ່ເປັນຜູ້ຍິງໄດ້ລາງວັນນີ້: Jennifer Doudna ແຫ່ງ UC Berkeley, ແລະ Emmanuelle Charpentier ແຫ່ງໜ່ວຍງານ Max Planck ສຳລັບ the Science of Pathogens ໃນເບີລິນ. ພວກເຂົາເຮັດວຽກຮ່ວມກັນໃນການພັດທະນາວິທີການທີ່ຮູ້ຈັກເປັນ Crispr-Cas9 ຫລື ພາສາທົ່ວໄປຮຽກວ່າ "genetic scissors" ເຊິ່ງຂະບວນການຂອງການເຮັດການປ່ຽນແປງເປົ້າໝາຍ ເປັນ DNA ຂອງເຊລທີ່ມີຊີວິດຢ່າງແມ່ນຍຳ.


ວຽກງານຂອງພວກເຂົາສະແດງໃຫ້ເຫັນ ວິທະຍາສາດບໍ່ສາມາດຖືກແບ່ງສ່ວນລະຫວ່າງ ການວິໄຈ ພື້ນຖານ ແລະ ການວິໄຈປະຍຸກຢ່າງຊັດເຈນຢູ່ສະເໝີ. ອີງຕາມ Claes Gustafsson, ປະທານຄະນະກຳມະການໂນເບລ ສຳລັບ ສາຂາເຄມີ: “ມີພະລັງານທີ່ມະຫາສານໃນເຄື່ອງມືທາງພັນທຸກຳນີ້, ເຊິ່ງກະທົບພວກເຮົາທັງໝົດ. ມັນບໍ່ພຽງແມ່ນວິທະຍາສາດພຶ້ນຖານທີ່ໄດ້ຜ່ານການປ່ຽນແປງ ແຕ່ມັນຍັງສົ່ງຜົນໃຫ້ ການເພາະປູກແບບປະດິດສ້າງ ແລະ ຈະນຳໄປສູ່ ການຮັກສາທາງການແພດໃໝ່.”


ສຸດທ້າຍ, ລາງວັນໂນເບລ ສາຂາວັນະຄະດິ ແມ່ນເປັນຂອງ Louise Glück, ອະດີດນັກກະວີ ແລະສາສະດາຈານສັນຍາຈ້າງ ແລະ ນັກປະພັນສອນ ທີ່ Yale University. ຄະນະກຳມະການໂນເບລໃຫ້ລາງວັນອີງໃສ່ “ສຽງທາງກະວີຂອງນາງທີ່ຍອດຍ້ຽມທີ່ມີຄວາມງົດງາມແບບຮຽບງ່າຍ...”

ສ່ວນລາງວັນໂນເບລ ສາຂາສັນຕິພາບ ມອບໃຫ້  ອົງການ World Food Programme (WFP) 

ສຳລັບຄວາມພະຍາຍາມຂອງເຂົາໃນການຕໍ່ສູ້ກັບໄຄວາມອຶດຍາກ ແລະປະກອບສ່ວນເຂົ້າໃນຫານເຮັດໃຫ້ເງື່ອນໄຂດີຂຶ້ນເພື່ອສັນຕິພາບ ໃນພື້ນທີ່ທີ່ມີການຄັດແຍ່ງ ແລະ ຮັບກະທົບ.


ແປຈາກ  https://www.forbes.com/sites/evangerstmann/2020/10/08/the-2020-nobel-prizes-are-awarded-reminding-the-world-of-the-human-capacity-for-progress/#75fb62c43857


No comments:

Post a Comment

SpicyTricks

Post Top Ad