ອີງຕາມຣອຍເຕີ້:
UK ເລີ່ມລັອກດາວ ເນື່ອງຈາກມີຕິດເຊື້ອໂຄວິດເພີ່ມຂຶ້ນ
ປະເທດ UK ມີອັດຕາການເສຍຊີວິດສູງສຸດໃນເອີຣົບ ແລະ ນອນຢູ່ລະດັບທີ່ຫ້າຂອງໂລກ.
ຜູ້ຕິດເຊື້ອໂຄວິດ-19 ໃໝ່ກຳລັງເພີ່ມຂຶ້ນຫລາຍ ແລະ ຢ່າງນ້ອຍພົບ 6 ພັນກໍລະນີຕໍ່ວັນ, ຖ້າບໍ່ມີມາດຕະການເຂັ້ມງວດ ຈະມີຜູ້ຕິດເຊື້ອປະມານ 50 ພັນກໍລະນີຕໍ່ວັນ ໃນກາງເດືອນຕຸລາ ອີງຕາມ ຊ່ຽວຊານ ແລະ ຜູ້ແນະນຳວຽກງານສາທາລະນະສຸກກ່າວ.
ການເຂັ້ມງວດເທື່ອນີ້ຈະຕ່າງຈາກຄັ້ງກ່ອນ, ລັດຖະບານຈະປາບປາມການພົວພັນກັນໃນສັງຄົມທີ່ບໍ່ຈຳເປັນ, ແຕ່ ໂຮງຮຽນ ແລະ ບ່ອນເຮັດວຽກຈະຍັງຄົງເປີດຢູ່ ແລະ ການເດີນທາງສຳຄັນອື່ນໆແມ່ນອະນຸຍາດ.
No comments:
Post a Comment