ຕາມການລາຍງານຂ່າວ CNN
ມີຊ້າງປ່າ ຫລາຍກວ່າ 300 ໂຕຕາຍທີ່ ປະເທດ ໂບສວານາ ສາເຫດເກີດຈາກ cyanobacteria ທີ່ເປັນພິດໃນຮູນ້ຳ. ໄຊຍາໂນແບດທິເຣຍ (cyanobacteria) ປົກກະຕິພົບໃນນ້ຳ ແຕ່ບໍ່ມີພິດທັງໝົດ, ນັກວິທະຍາສາດກັງວົນວ່າ ການປ່ຽນແປງດິນຟ້າອາກາດ ອາດເຮັດໃຫ້ ແບ໊ດທີເຣຍ ຜະລິດທາດພິດເພີ້ມຂຶ້ນກໍໄດ້, ເພາະອຸນຫະພູມນ້ຳເພີ່ມຂຶ້ນ ແລະມີເງື່ອນໄຂເໝາະສຳລັບການຈະເລີນເຕີບໂຕຂອງ ແບ໊ດທິເຣຍ.
ປະເທດ ໂບສະວານາ ເປັນທີ່ຢູ່ອາໄສຂອງຊ້າງປ່າ 130,000 ໂຕ ຫລາຍກວ່າທຸກໆປະເທດໃນທະວີບອາຝຣິກາ.
No comments:
Post a Comment