ເກັຼັກຍ້າຍຊາວອົບພະຍົບໄປບ່ອນໃໝ່ຫລັງໄຟໄໝ້ສູນ
ອີງຕາມການລາຍງານຂ່າວຂອງ ຣອຍເຕີ້ ໃນວັນພະຫັດນີ້, ຕຳຫລວດເລີ່ມເຄື່ອນຍ້າຍ ຊາວອົບພະຍົບຈາກ ເກາະ ເລສໂບ ໄປຍັງສູນພັກຊົ່ວຄົວ ຫລັງຈາກເກີດໄຟໄຫ້ມ ແລະ ທຳລາຍແຄັມພັກໃນສູນທີ່ໃຫ່ຍສຸດຂອງເອີຣົບ ໃນອາທິດຜ່ານມາ.
ຊາວອົບພະຍົບບາງຄົນບໍ່ຕ້ອງການຍ້າຍໄປບ່ອນພັກໃໝ່ ເພາະວ່າ ພວກເຂົາຢາກອອກຈາກເກາະດັ່ງກ່າວ.
ພຽງ 1200 ຄົນໄດ້ຖືກຍ້າຍໃນວັນພຸດວານນີ້.
ສູນພັກຊົ່ວຄາວທີ່ເປັນສະຖານທີ່ໃໝ່ນັ້ນຕັ້ງຢູ່ Kara Tepe ໃກ້ກັບທ່າເຮືອ Mytilene ຂອງເກາະແລະພ້ອມຮັບຊາວອົບພະຍົບຢ່າງນ້ອຍໄດ້ເຖິງ 5000 ຄົນ.
No comments:
Post a Comment