ໂຄວິດ-19: ສິງກະໂປມີອັດຕາການຕາຍຕ່ຳສຸດໃນໂລກ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

18.9.20

ໂຄວິດ-19: ສິງກະໂປມີອັດຕາການຕາຍຕ່ຳສຸດໃນໂລກ

 

.com/img/b/R29vZ2xl/AVvXsEimxePnIpJ8ROe6xqdDGkO1nFkRH6KTL1QCniTFA19TQvTKr8VZgnEgKnnrO43huRL2F3qt7sgOq92iVT_O9N1hk5ozLA-zLEKDOqyZc3-gOXVJHDIgzdsfWptHyZ5eNHXP2UbizUYvav8/


ໂຄວິດ-19: ສິງກະໂປມີອັດຕາການຕາຍຕ່ຳສຸດໃນໂລກ

ອີງຕາມການລາຍງານຂອງຣອຍເຕີ້: ປະເທດສິງກະໂປ ມີອັດຕາການເສຍຊີວິດຈາກໂຄວິດຕ່ຳສຸດໃນໂລກ ຄື ເສຍຊີວິດ 27 ຄົນໃນຈຳນວນຕິດໂຄວິດ 57,000 ຄົນ.

ອັດຕາການຕາຍຢູ່ທີ່ 0.05% ຕ່ຳກວ່າ ອັດຕາການຕາຍສະເລ່ຍທົ່ວໂລກຄື 3%. ຖ້າສົມທຽບກັບປະເທດທີ່ມີພົນລະເມືອງໃກ້ໆກັນ ເຫັນວ່າ ປະເທດເດນມາກມີອັດຕາການຕາຍປະມານ 3%,  ຟີນແລນປະມານ 4%.


ສິງກະໂປ ຫລຸດ ຈຳນວນການແຜ່ລະບາດຂອງໂຄວິດໂດຍການຕິດຕາມກວດຫາຢ່າງທັນການ ໂດຍໃຊ້ ການຕິດຕາມ ຜູ້ສຳຜັດໃກ້ຊິດແບບກະຕືລື້ລົ້ນ ແລະ ການກວດຫາເຊື້ອ ເຊິ່ງໄດ້ຮັບຄຳຊົມເຊີຍຈາກ ອົງການ WHO.

ໄດ້ກວດຫາເຊື້ອແລ້ວ ປະມານ ເກົ້າແສນຄົນ ຫລື ປະມານ ຫລາຍກວ່າ 15% ຂອງປະຊາກອນ ອີງຕາມຂໍ້ມູນທາງການ.

ທ່ານ Hsu Li Yang ຈາກ Saw Swee Hock School of Public Health ແຫ່ງ ມະຫາວິທະຍາໄລແຫ່ງຊາດ ສິງກະໂປກ່າວວ່າ: "ພວກເຮົາບົ່ງມະຕິ ຫລາຍເທົ່າໃດ ອັດຕາ ການຕາຍກໍຍິ່ງຕ່ຳລົງ".

ການຮັກສາປິ່ນປົວທີ່ໂຮງໝໍຢ່າງມີປະສິດທິຜົນ ແລະ ກຽມພ້ອມລ່ວງໜ້າ ສຳລັບ ຜູ້ທີ່ມີອາຍຸສູງ ແລະ ຜູ້ທີ່ມີບັນຫາສຸຂະພາບແຊກຊ້ອນ.

ການສວມໃສ່ໜ້າກາກ ເຊິ່ງຕ້ອງປະຕິບັດ.

ຈຳຕ້ອງໃສ່ໜ້າປາກໃນສະຖານທີ່ ສາທາລະນະ ນັບແຕ່ ເດືອນເມສາ...

ການຈັດປະເພດ 

ສິງກະໂປປະຕິບັດຕາມ ການກຳນົດເຄສຂອງ WHO ຢ່າງເຂັ້ມງວດ ສຳລັບ ການຈັດປະເພດ ການຕາຍຈາກ ໂຄວິດ-19. ມັນບໍ່ລວມເຖິງ ການຕາຍທີ່ບໍ່ແມ່ນອັກເສບປອດ ເຊັ່ນ ການຕາຍທີ່ເກີດຈາກ ບັນຫາເລືອດ ຫລື ຫົວໃຈ ໃນ ຄົນປ່ວຍ ໂຄວິດໃນການນັບທີ່ເປັນທາງການ. 




No comments:

Post a Comment

SpicyTricks

Post Top Ad