ຈີນຈະກາຍເປັນປະເທດທີ່ບໍ່ມີການປ່ອຍອາຍກາກບອນໃນປີ 2060 - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

23.9.20

ຈີນຈະກາຍເປັນປະເທດທີ່ບໍ່ມີການປ່ອຍອາຍກາກບອນໃນປີ 2060

 

ໃນກອງປະຊຸມສະມັດຊາໃຫ່ຍແຫ່ງສະຫະປະຊາຊາດ, ທ່ານ ສີຈິນຜິ້ງ ປະທານປະເທດຈີນກ່າວທາງວິດີໂອວ່າ: ທ່ານຮຽກຮ້ອງໃຫ້ ມີ ການປະຕິຮູບສີຂຽວ ແລະ ຈີນຈະເພີ່ມເປົ້າໝາຍຂອງປະເທດພາຍໃຕ້ສັນຍາກ່ຽວກັບສະພາບອາກາດປາຣີ. ທ່ານ ສີຈິນຜິ້ງກ່າວ: ປະເທດຈີນຈະບັນລຸການຫລຸດການປ່ອຍອາຍກາກບອນເປັນສູນໃນ 40 ປີທາງໜ້າ ຫລື ກ່ອນປີ 2060. ນີ້ເປັນເທື່ອທຳອິດທີ່ ປະເທດຈີນ ມີແຜນການທີ່ໜັກແໜ້ນຕໍ່ ກັບການ ຫລຸດການປ່ອຍອາຍກາກບອນໃຫ້ເປັນສູນ.

.com/img/b/R29vZ2xl/AVvXsEgtQEkQAcxQp_ERMx2KzlXVtYGynB6L2KNuC9fG5jZhhTSMdR0ahcgnPc4t_YMT3baditam8WKXX3lbfPljClkQuaUI00Ee9Oowigr8buiwZ0ScLN8yw30rCrMOZd5kwcs0KreEdQk-H8M/


ປະເທດຈີນເປັນປະເທດທີ່ນຳໃຊ້ ຖ່ານຫີນຫລາຍກວ່າໝູ່ໃນໂລກ ເຊິ່ງເປັນປັດໄຈສຳຄັນໃນການເຮັດໃຫ້ໂລກຮ້ອນ, ແຕ່ຈີນກໍເປັນປະເທດນຳໜ້າຂອງໂລກ ສຳລັບ ພະລັງງານສີຂຽວ ແລະ ໃນໄລຍະຜ່ານມາ ມີຈຸດຢືນທີ່ແຂງແຮງກ່ຽວກັບ ວຽກງານທີ່ກ່ຽວກັບດິນຟ້າອາກາດ.

ແຫລ່ງຂ່າວ: CNN

No comments:

Post a Comment

SpicyTricks

Post Top Ad