ການຄົ້ນຄວ້າຢາວັກຊິນໂຄວິດ-19 ຂັ້ນຕອນສຸດທ້າຍທີ່ໃຊ້ພຽງເຂັມດຽວເລີ່ມແລ້ວໃນສະຫະລັດ
Johnson & Johnson ເລີ່ມຕົ້ນການຄົ້ນຄວ້າ
ໃນຂັ້ນຕອນສຸດທ້າຍເພື່ອພິສູດຢາວັກຊີນເຂັມດຽວສາມາດ ຕ້ານ ໂຄວິດ-19 ໄດ້.
ການຄົ້ນຄວ້າເລີ່ມໃນວັນພຸດ ແລະຈະເປັນການສຶກສາຄົ້ນຄວ້າຢາວັກຊີນ
ໂຄໂຣນາໄວຣັສ ທີ່ໃຫ່ຍສຸດຂອງໂລກໃນຕອນນີ້, ໄດ້ສັກຢາໃຫ້ກັບ ອາສາສະໝັກແລ້ວ 60 ພັນຄົນ ໃນສະຫະລັດ, ອາຝຣິກາໃຕ້, ອາເຈັນຕິນາ, ບຣາຊິນ, ຊີລີ, ໂຄລັມເບຍ,
ແມັກຊິໂກ ແລະ ເປຣູ.
ຢາວັກຊີນອື່ນໆໃນສະຫະລັດ ລວມທັງ ຢາທີ່ຜະລິດໂດຍ Moderna Inc. ແລະ Pfizer Inc. ແລະອື່ນໆໃນປະເທດອື່ນໆແມ່ນຢູ່ໃນຂັ້ນຕອນທົດລອງສຸດທ້າຍແລ້ວເຊັ່ນກັນ.
ພາບຈາກ AP.
No comments:
Post a Comment