ເກີດອຸປະຕິເຫດລົດເມສາຍ ນວ-ຫລວງພະບາງ ຕົກເຫວ ເສຍຊີວິດ 7 ຄົນ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

23.11.12

ເກີດອຸປະຕິເຫດລົດເມສາຍ ນວ-ຫລວງພະບາງ ຕົກເຫວ ເສຍຊີວິດ 7 ຄົນ

ຂ່າວ: ສີ​ສຸ­ວັນ
   5:00 ໂມງ​ເຊົ້າ​ຂອງ​ມື້ວານ​ນີ້​ ຈຸດ​ເຂດ​ນ້ຳ​ມິງ​ຕໍ່​ໃສ່​ກິວຫມາກ​ນາວ 2 ຂອງ​ເມືອງ​ຊຽງເງິນ​ ແຂວງ​ຫລວງ​ພະ​ບາງ ໄດ້ເກີດ​ອຸ­ບັດ­ເຫດ​ລົດ­ເມ​ສາຍ​ນະຄອນ​ຫລວງ​ວຽງ​ຈັນ-ຫລວງພະ​ບາງ​ຕົກ​ເຫວ​ເລິກ ​ເປັນ​ເຫດເຮັດ​ໃຫ້​ຜູ້­ໂດຍ­ສານ​ໃນ​ລົດ​ເສຍ​ຊີວິດ​ຄາ​ທີ່ 5ຄົນ ແລະ ອີກ 2ຄົນ​ເສຍ​ຊີ­ວິດ​ຢູ່​ໂຮງ­ຫມໍ ເຊິ່ງ​ປະຈຸ​ບັນ ເຈົ້າ​ຫນ້າ­ທີ່​ກ່ຽວ­ຂ້ອງ​ກຳ­ລັງ​ລວບ​ລວມ​ຂໍ້​ມູນ​ຫລັກ​ຖານຊອກ​ຫາ​ສາ­ເຫດ​ ຂອງ​ການ​ເກີດ​ອຸ­ບັດ­ເຫດ​ໃນ​ຄັ້ງ​ນີ້​ຢູ່.
   ຈາກ​ການ​ເລົ່າ​ຕໍ່​ທີມ​ຂ່າວ​ສັງຄົມ​ຂອງ ທ່ານ ມີ​ສອນ ທະ­ຫານ ກອງ­ພັນ 279 ນວ ຜູ້​ຮັກ­ສາຄວາມ​ປອດ​ໄພ​ມາ​ນຳ​ລົດ​ຄັນ​ດັ່ງກ່າວ​ຮູ້​ວ່າ: ລົດ​ຄັນ​ດັ່ງ­ກ່າວ​ແມ່ນລົດ VIP ຂອງ​ບໍ­ລິ­ສັດ​ສຸດ​ໃຈຍອດ​ຈະ­ເລີນ​ຊັບ​ທີ່​ເດີນ­ທາງ​ຈາກ ນະ­ຄອນ­ຫລວງ​ວຽງ​ຈັນ​ມຸ່ງ​ຫນ້າສູ່​ຫລວງ​ພະ​ບາງ​ຮອດ​ເວ­ລາ​ປະມານ 5:00 ໂມງ​ຈຸດ​ເຂດ​ນ້ຳ​ມິງຕໍ່​ໃສ່​ກິວ​ຫມາກ​ນາວ 2 ຂອງເມືອງ​ຊຽງ​ເງິນ​ແຂວງ​ຫລວງພະ​ບາງ ລົດ​ເກີດ​ເສຍ​ຫລັກ​ຕົກ​ຈາກ​ຫນ້າ​ທາງ​ລົງ​ສູ່​ເຫວ​ຊັນ​ທີ່​ມີ​ຄວາມ​ເລິກ​ ປະ­ມານ 40-50 ແມັດ ໂດຍ​ໃນ​ລົດ​ມີ​ຜູ້­ໂດຍ­ສານ ມາ​ແຕ່​ຕົ້ນ​ທາງ​ຈາກ​ນະ­ຄອນຫລວງ​ວຽງ​ຈັນ 20 ຄົນ.
   ຫລັງ​ຈາກ​ລົດ​ເສຍ​ຫລັກ​ກໍ່​ປີ້ນລົງ​ເຫວ​ປະ­ມານ​ສອງ​ຮອບ​ກ່ອນຕົນ​ຈະ​ຕົກ​ອອກ​ ຈາກ​ລົດ ແລະ ແນມ​ເຫັນ​ລົດ​ປີ້ນ​ລົງ​ໄປ​ເຫວ​ຊັນຈົນ​ບໍ່​ສາ­ມາດ​ນັບ​ຮອບ​ໄດ້ ເມື່ອລົດ​ຢຸດ​ຕົນ​ກໍ່​ຮີບ​ລົງ​ໄປ​ຊ່ວຍ​ຜູ້​ຄົນທີ່​ຕິດ​ຢູ່​ໃນ​ລົດ​ອອກ​ຢ່າງ​ ທັນ­ທີ ໃນ​ນັ້ນ ພົບ​ຜູ້​ເສຍ​ຊີ­ວິດ 5 ຄົນ ເປັນ​ຍິງ​ຕ່າງ­ປະ­ເທດ 1 ຄົນ ແລະ ບາດ­ເຈັບ​ສາ­ຫັດ 2 ຄົນ ຂະ­ນະ​ທີ່​ລົດ​ຄັນ​ດັ່ງ­ກ່າວ​ບໍ່​ລະເບີດ.
   ຢ່າງ­ໃດ​ກໍ່​ຕາມ ດ້ານ​ທ່ານ ດຣ. ທອງ​ພຸດ ສຸກ­ຂະ­ເສີມ ຫົວຫນ້າ​ຂະ­ແຫນງ​ພາຍ​ໃນ, ຫົວ­ໃຈ, ເສັ້ນ­ເລືອດ​ໂຮງ­ຫມໍ​ແຂວງຫລວງ​ພະ​ບາງ​ແຈ້ງ​ໃຫ້​ຮູ້​ວ່າ: ຜູ້­ໂດຍ­ສານ​ທີ່​ໄດ້​ຮັບ​ບາດ­ເຈັບ ສາ­ຫັດ​ແພດ​ຫມໍ​ໄດ້​ສຸມ​ຄວາມສາ­ມາດ​ຢ່າງ​ເຕັມ­ທີ່​ແຕ່​ບໍ່​ສາ­ມາດກູ້​ຊີ­ວິດ ​ໄວ້​ໄດ້ ຈິ່ງ​ເຮັດ​ໃຫ້​ຜູ້​ໄດ້ຮັບ​ບາດ­ເຈັບ​ດັ່ງ­ກ່າວ​ເສຍ​ຊີ­ວິດໃນ​ວັນ​ດຽວ​ກັນ​ ເວ­ລາ​ຕໍ່​ມາ.
   ໂດຍ​ຫລ້າ​ສຸດ​ເຈົ້າ​ຫນ້າ­ທີ່​ໄດ້​ສືບ­ຕໍ່​ຊອກ​ຫາ​ຄົນ​ຈຳ­ນວນ​ຫນຶ່ງທີ່​ຍັງ​ ບໍ່​ທັນ​ພົບ​ເຫັນ​ທີ່​ຄ້າງ​ຢູ່​ບ່ອນເກີດ​ເຫດ ສ່ວນ​ສາ​ເຫດ­ການ​ເກີດອຸ­ບັດ­ເຫດ​ໃນ​ຄັ້ງ​ນີ້​ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ ສືບ­ສວນ​ຂອງ​ເຈົ້າ​ຫນ້າ­ທີ່.

No comments:

Post a Comment

SpicyTricks

Post Top Ad