ລາວຈະສ້າງຕັ້ງ ເຂດເສດຖະກິດພິເສດ ແລະເຂດ ເສດຖະກິດສະເພາະ ໃຫ້ໄດ້ເຖິງ 41 ແຫ່ງ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

29.12.11

ລາວຈະສ້າງຕັ້ງ ເຂດເສດຖະກິດພິເສດ ແລະເຂດ ເສດຖະກິດສະເພາະ ໃຫ້ໄດ້ເຖິງ 41 ແຫ່ງ


ລາວຈະສ້າງຕັ້ງ ເຂດເສດຖະກິດພິເສດ ແລະເຂດ ເສດຖະກິດສະເພາະ ໃຫ້ໄດ້ເຖິງ 41 ແຫ່ງ

ລັດຖະບານລາວວາງແຜນການຈະສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດ ສະເພາະໃຫ້ໄດ້ເຖິງ 41 ແຫ່ງໃນທົ່ວປະເທດ ໂດຍສະເພາະໃນ 10 ປີຕໍ່ໄປນີ້ ຈະພະຍາ ຍາມສ້າງຕັ້ງໃຫ້ໄດ້ບໍ່ໜ້ອຍກວ່າ 10 ແຫ່ງ.
ຄະນະກໍາມະການເພື່ອການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະ
ເພາະແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານໃນດ້ານເສດຖະກິດຂອງລັດຖະບານລາວ ໄດ້ ປະກາດເປົ້າໝາຍຂອງແຜນການ ພັດ ທະນາເຂດເສດຖະກິດພິເສດ ແລະເຂດເສດຖະ
ກິດສະເພາະໃນລາວ ຢ່າງເປັນທາງການເມື່ອບໍ່ນານມານີ້ວ່າ ຄະນະກໍາມະການ ຈະ ດໍາເນີນມາດຕະການສົ່ງເສີມໃຫ້ມີການສ້າງຕັ້ງ ເຂດເສດຖະກິດພິເສດ ແລະເຂດເສດຖະ
ກິດສະເພາະໃຫ້ ໄດ້ 41 ແຫ່ງ ໃນທົ່ວປະເທດ ດ້ວຍການສົ່ງເສີມ ການລົງທຶນຈາກຕ່າງ ປະເທດໃຫ້ເຂົ້າມາໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ.
ສໍາລັບໃນໄລຍະ 10 ປີຕໍ່ໄປນີ້ ທາງການລາວກໍໄດ້ວາງເປົ້າໝາຍທີ່ຈະສ້າງຕັ້ງເຂດເສດ
ຖະກິດພິເສດ ແລະເຂດເສດຖະກິດສະເພາະໃຫ້ໄດ້ບໍ່ໜ້ອຍກວ່າ 10 ແຫ່ງ ຊຶ່ງກໍເຮັດໃຫ້
ຈໍາເປັນຈະຕ້ອງດຶງເອົາເງິນລົງທຶນ ຈາກຕ່າງປະເທດເຂົ້າມາພັດທະນາລະບົບພຶ້ນຖານ
ໂຄງຫລ່າງໃນທັງ 10 ເຂດດັ່ງກ່າວ ໃຫ້ໄດ້ໃນມູນຄ່າລວມບໍ່ໜ້ອຍກວ່າ 3 ພັນລ້ານໂດລາ ໂດຍຍັງບໍ່ລວມເຖິງເງິນລົງທຶນສໍາລັບອຸດສາຫະກໍາການຜະລິດຕ່າງໆແຕ່ຢ່າງໃດ ແລະ
ຖ້າຫາກ ການດໍາເນິນງານເປັນໄປຕາມແຜນການທີ່ວາງໄວ້ ກໍຈະສ້າງວຽກເຮັດງານທໍາ ໃຫ້ກັບປະຊາຊົນລາວໄດ້ຫຼາຍກວ່າ 5 ໝື່ນຄົນ ກັບທັງຍັງຈະເຮັດໃຫ້ລາຍໄດ້ສະເລ່ຍ
ຂອງປະຊາຊົນລາວ ທີ່ຢູ່ໃນເຂດດັ່ງກ່າວບໍ່ຕໍ່າກວ່າ 2,400 ໂດລາ ຕໍ່ຄົນ ຕໍ່ປີອີກດ້ວຍ.
Songrit Pongern
ກອງປະຊຸມຂອງຄະນະກໍາມະການວ່າ ດ້ວຍເຂດເສດຖະກິດພິເສດທີ່ຈັດຂຶ້ນ ໃນຕົ້ນປີ 2011
ເຖິງແມ່ນວ່າໃນປັດຈຸບັນນີ້ ໃນທົ່ວປະ
ເທດລາວ ຈະມີເຂດເສດຖະກິດພິ
ເສດທີ່ໄດ້ຮັບການພັດທະນາ ແລະ
ສາມາດຮັບຮອງການລົງທຶນຂອງ
ເອກະຊົນລາວ ແລະຕ່າງຊາດໄດ້ 
ຢ່າງເປັນຮູບປະທໍາພຽງແຕ່ 3
ແຫ່ງຄື ເຂດເສດຖະກິດພິເສດສະ
ຫວັນ-ເຊໂນ ໃນແຂວງສະຫວັນ
ນະເຂດ, ເຂດເສດຖະກິດພິເສດ
ບໍ່ເຕັນແດນຄໍາ ທີ່ແຂວງຫຼວງນໍ້າທາ ແລະເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາ
ຢູ່ແຂວງບໍ່ແກ້ວເທົ່ານັ້ນກໍຕາມ ຫາກແຕ່ວ່າ ການພັດທະນາເຂດເສດຖະກິດພິເສດທັງ
3 ແຫ່ງດັ່ງກ່າວນີ້ ກໍໄດ້ສ້າງຜົນປະໂຫຍດໃຫ້ກັບລາວໄດ້ເປັນຢ່າງດີ ດັ່ງທີ່ ທ່ານນາງ
ບຸນເພັງມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີໄດ້ຢືນຢັນວ່າ:
ການພັດທະນາເຂດພິເສດແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ
ພັດທະນາພຶ້ນຖານໂຄງລ່າງຢູ່ເຂດຫ່າງໄກສອກຫຼີກ, ເຂດທຸລະກັນດານ 
ໂດຍ
ສະເພາະແມ່ນເຂດຢູ່ສາມຫຼ່ຽມທອງຄໍາບໍ່ເຕັນແດນຄໍາ ກໍໄດ້ມີອາຄານ
ສະຖານ
ທີ່, ມີຖະໜົນຫົນທາງເກີດຂຶ້ນຢ່າງຫຼວງຫຼາຍ ແລະມີຄວາມສະດວກ
ໃຫ້
ແກ່ການໄປມາຂອງປະຊາຊົນ.
ຍິ່ງໄປກວ່ານັ້ນ ຄະນະລັດຖະບານລາວກໍຍັງໄດ້ມີມະຕິຮັບຮອງເອົາຮ່າງດໍາລັດນາຍົກ ລັດຖະມົນຕີວ່າດ້ວຍການສ້າງຕັ້ງແລະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດ
ເສດຖະກິດສະເພາະຢ່າງເປັນທາງການແລ້ວ ຊຶ່ງກໍຖືເປັນການສົ່ງເສີມໃຫ້ມີການສ້າງ
ຕັ້ງເຂດເສດຖະກິດພິເສດຂຶ້ນ ໃນເຂດແຂວງຕ່າງໆຂອງລາວເປັນການສະເພາະ ໂດຍ
ມີເປົ້າໝາຍທີ່ຈະດໍາເນີນການສ້າງຕັ້ງເຂດເສດຖະກິດພິເສດໃຫ້ໄດ້ 10 ແຫ່ງພາຍໃນ
ປີ 2015 ຊຶ່ງໃນນີ້ກໍລວມເຖິງການສ້າງເຂດເສດຖະກິດພິເສດ ໃນເຂດທີ່ຕໍ່ເນື່ອງກັບ
ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 3 ທີ່ເຊື່ອມຕໍ່ລະຫວ່າງເມືອງທ່າແຂກ ແຂວງຄໍາມ່ວນ
ກັບຈັງຫວັດນະຄອນພະນົມຂອງໄທອີກດ້ວຍ.
Songrit Pongern
ພິທີເຊັນສັນຍາການພັດທະນາເຂດເສດຖະກິດສະ ເພາະມ. ທ່າແຂກ, ຂ. ຄໍາມ່ວນ ລະຫວ່າງ ລັດຖະບານລາວແລະບໍລິສັດ ເອັສວີກຣຸບ ຈໍາກັດໃນປີ 2010
ໃນປັດຈຸບັນ ພາກສ່ວນທີ່
ຮັບຜິດຊອບໂຄງການເຂດ
ເສດຖະກິດພິເສດຂອງ
ແຂວງຄໍາມ່ວນ ກໍຢູ່ໃນລະ
ຫວ່າງການດໍາເນີນການ
ສໍາຫຼວດພື້ນທີ່ ທີ່ຈະຖືກ
ກະທົບຈາກໂຄງການ ຊຶ່ງ
ກໍພົບວ່າ ມີທີ່ດິນທໍາກິນ
ຂອງປະຊາຊົນ ຄິດເປັນ
ເນື້ອທີ່ລວມກັນປະມານ 
1,053 ເຮັກຕາ ໃນເຂດ 
9 ໝູ່ບ້ານ ທີ່ຈະຕ້ອງຖືກເວນຄືນໃຫ້ເປັນສ່ວນນຶ່ງຂອງເຂດເສດຖະກິດພິເສດທ່າແຂກ
ແດນຄໍາ.
ສ່ວນທີ່ຈະສ້າງຕັ້ງເພີ່ມຂຶ້ນອີກ 6 ແຫ່ງນັ້ນກໍຄືຢູ່ ທີ່ແຂວງຊຽງຂວາງ, ຫົວພັນ, ເຊກອງ, 
ອັດຕະປື, ຜົ້ງສາລີ ແລະຈໍາປາສັກ ຊຶ່ງແຕ່ລະເຂດກໍ່ຈະມີລັກສະນະສະເພາະ ທີ່ຂຶ້ນຢູ່ກັບ
ສະພາບທາງພູມີສາດ ແລະທໍາມະຊາດຂອງແຕ່ລະພື້ນທີ່ເປັນສໍາຄັນ.

Lao VOA

No comments:

Post a Comment

SpicyTricks

Post Top Ad