ງານ​ເທດ­ສະ­ການ​ອາ ຫານ​ລາວ​ປະ­ຈຳ​ປີ 2012 ນັບເປັນ​ຄັ້ງ​ທີ VII ຈະ​ເລີ່ມ​ຂຶ້ນ​ໃນ​ວັນ ທີ 5-7 ມັງ­ກອນ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

29.12.11

ງານ​ເທດ­ສະ­ການ​ອາ ຫານ​ລາວ​ປະ­ຈຳ​ປີ 2012 ນັບເປັນ​ຄັ້ງ​ທີ VII ຈະ​ເລີ່ມ​ຂຶ້ນ​ໃນ​ວັນ ທີ 5-7 ມັງ­ກອນ








PLEASE COME TO VISIT LAOS FOOD FESTIVAL IN VIENTIANE'S NATIONAL CULTURE HALL ON 5-7 JAN 2012.

ງານ​ເທດ­ສະ­ການ​ອາ ຫານ​ລາວ​ປະ­ຈຳ​ປີ 2012 ນັບເປັນ​ຄັ້ງ​ທີ VII ຈະ​ເລີ່ມ​ຂຶ້ນ​ໃນ​ວັນ ທີ 5-7 ມັງ­ກອນ 2012 ທີ່​ເດີ່ນຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ ໂດຍຈຸດ­ປະ­ສົງ​ເພື່ອເປັນ​ການ​ຂ່ຳ­ນັບ​ຮັບ​ຕ້ອນ​ວັນ​ແມ່ຍິງ​ສາ­ກົນ ທັງ​ສ້າງ​ເງື່ອນ­ໄຂ​ໃຫ້ ແກ່​ແມ່­ຍິງ​ລາວ​ຜູ້​ທີ່​ມີ​ສີ­ມື​ໃນ​ການປຸງ​ແຕ່ງ­ອາ­ຫານ​ລາວ​ໄດ້​ສະແດງ​ຄວາມ​ສາ­ມາດ ແລະ ເພື່ອເປັນ​ການ​ເອກ­ອ້າງ​ອາ­ຫານ​ທີ່​ມີເອ­ກະ­ລັກ​ສະ­ ເພາະ​ຂອງ​ແຕ່​ລະທ້ອງ­ຖິ່ນ ເພື່ອ​ຈະ​ກ້າວ​ໄປ​ເປັນສິນ­ຄ້າ​ທີ່​ສາ­ມາດ​ຈຳ­ຫນ່າຍ​ໄດ້ຕາມ​ທ້ອງ​ຕະ­ຫລາດ​ໃນ​ອະ​ນາຄົດ.
   ພາຍ​ໃນ​ງານ​ຄັ້ງ​ນີ້ ມີ 76 ບູ໊ດ (Booth) ເຂົ້າ​ວາງ­ສະ­ແດງ ເຊິ່ງ​ທ່ານ​ຈະ​ໄດ້​ຊິມ​ອາ­ຫານແຊບໆ​ທີ່​ມາ​ຈາກ​ຫລາຍ​ທ້ອງຖິ່ນ ແລະ ຜະ­ລິດ​ຕະ​ພັນ​ເຄື່ອງ​ດື່ມຊັ້ນ​ນຳ​ຂອງ​ລາວ​ເຊັ່ນ: ນ້ຳ​ສາ­ລີ  ຈາກ​ບ້ານ​ເກີນ, ນ້ຳ​ຫມາກ­ກ້ຽງ ສົດ, ກາ­ເຟ​ສົດ​ຈາກ​ປາກ​ຊ່ອງ, ຜະ­ລິດ​ຕະ​ພັນ​ນ້ຳ­ຫວານ​ລາວ, ຜະ­ລິດ​ຕະ​ພັນ​ເບຍ​ກວດ ແລະ ເບຍສົດ...ຂະ­ນະ​ທີ່​ມາ​ຈາກ​ປະ­ເທດໄທ 2 ບູ໊ດ.
   ນອກ­ຈາກ​ນັ້ນ ​ພາຍ​ໃນ​ງານ​ດັ່ງ­ກ່າວ​ຍັງ​ຈະ​ໄດ້​ເປີດ​ໂອ­ກາດ​ໃຫ້​ແກ່​ບັນ­ດາ​ທ່ານ​ຍິງ-ຊາຍ​ທີ່​ມີຄວາມ​ມັກ​ຮັກ​ໃນ​ການ​ປຸງ​ແຕ່ງອາ­ຫານ ​ດ້ວຍ​ການ​ສິດ­ສອນຈາກ​ອາ­ຈານ​ທີ່​ມີ​ປະ­ສົບ​ການສູງ​ເປັນ­ຕົ້ນ​ແມ່ນ​ຈາກ​ວິ­ທະ­ຍາໄລ​ເຕັກ­ນິກ​ປາກ​ປ່າ​ສັກໂດຍ​ຂໍ້​ມູນ​ດັ່ງ­ກ່າວ​ໄດ້​ມີ​ການເປີດ­ເຜີຍ​ໃນ​ງານ​ຖະ­ແຫລງ​ຂ່າວທີ່​ຈັດ​ຂຶ້ນ​ຢູ່​ສະ­ມາ­ຄົມ​ນັກ​ຂ່າວແຫ່ງ ສປປ ລາວ ໃນ​ວັນ​ທີ 28 ທັນ­ວາເຂົ້າ​ຮ່ວມ​ຂອງທ່ານ ສົມສະ­ຫນຸກ ມີ​ໄຊ ຮອງ​ປະ­ທານ​ສະມາ​ຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ, ທ່ານ​ນາງ ຈັນ­ທະ​ຈອນ ວົງ​ໄຊ ຮອງ​ປະ­ທານ​ສະ­ມາ­ຄົມ​ນັກ​ທຸລະ​ກິດ​ແມ່­ຍິງ​ລາວ ແລະ ທ່ານ ນາງ ມະ­ໂນ​ລາ ດາ­ລາ​ວົງ ຄະນະ​ບໍ­ລິ­ຫານ​ງານ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ລາວ.

No comments:

Post a Comment

SpicyTricks

Post Top Ad