ນັກວິທະຍາສາດຈາກອົງການອະນາໄມໂລກ ຄາດການວ່າ
ປີໜ້າຍັງຈະຕ້ອງໃຊ້ມາດຕະການໄລຍະຫ່າງ ແລະ ສວມໃສ່ໜ້າກາກປິດປາກເພື່ອປ້ອງກັນໂຄວິດ.
ນາງ Soumya Swaminathan ຜູ້ລິເລີ່ມ Covax ຂອງອົງກອນ ອະນາໄມໂລກກ່າວວ່າ
ຢາວັກຊິນຈະບໍ່ພຽງພໍເພື່ອໃຫ້ຊີວິດກັບຄືນມາເປັນປົກກະຕິ ຈົນກວ່າ ປີ 2022.
ການສະໜອງຢາວັກຊີນໃຫ້ປະເທດທົ່ວໂລກ
ແມ່ນສາມາດບັນລຸປະມານ ຮ້ອຍລ້ານໂດສ ໃນລະຫວ່າງກາງປີໜ້າ
ຈຳນວນໂດສຈະມີຂະໜາດນ້ອຍເກີນໄປ
ເພື່ອປ່ຽນແປງ ຄວາມຈຳເປັນສຳລັບ ການຮັກສາໄລຍະຫ່າງ ແລະ ສວມໃສ່ຜ້າປິດປາກ ຈົນກວ່າ
ການຜະລິດຢາວັກຊີນຈະເພີ່ມຂຶ້ນ ແລະ ຮອດຈຳນວນປະຊາກອນ 2 ຕື້ ໃນທ້າຍປີ 2021.
ນາງກ່າວ
ພາບທີ່ຜູ້ຄົນວາດໄວ້ຄື ຈະມີຢາວັກຊີນໃນເດືອນມັງກອນໃນທົ່ວໂລກ ແລະ
ຊີວິດຈະກັບຄືນມາປົກກະຕິ, ມັນຈະບໍ່ເປັນແນວນີ້ເທື່ອ.
ການປະເມີນທີ່ດີສຸດຂອງພວກເຮົາ
ສຳລັບການເປີດຕົວຢາວັກຊີນ ແມ່ນ ກາງປີ 2021 ເພາະວ່າຕົ້ນປີໜ້າ
ທ່ານຈະເລີ່ມເຫັນຜົນຂອງບາງການທົດລອງຢາວັກຊີນ.
ແຫລ່ງ:https://www.scmp.com/news/china/science/article/3101709/there-wont-be-enough-coronavirus-vaccines-return-normal-life
No comments:
Post a Comment