ນັກວິທະຍາສາດພົບສັນຍານສິ່ງທີ່ມີຊີວິດທີ່ເປັນໄປໄດ້ເທິງດາວພະສຸກ (Venus) - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

15.9.20

ນັກວິທະຍາສາດພົບສັນຍານສິ່ງທີ່ມີຊີວິດທີ່ເປັນໄປໄດ້ເທິງດາວພະສຸກ (Venus)

 ນັກວິທະຍາສາດພົບສັນຍານສິ່ງທີ່ມີຊີວິດທີ່ເປັນໄປໄດ້ເທິງດາວພະສຸກ (Venus)


ນັກອາວະກາດໄດ້ຖະແຫລງການໃນວັນຈັນວານນີ້ວ່າ ໄດ້ພົບຮ່ອງຮອຍຂອງໂມເລກຸນເປັນທີ່ຮູ້ກັນວ່າ ຟອສພິນໃນຊັ້ນບັນຍາກາດຂອງດາວພະສຸກ, ເຮັດໃຫ້ ນັກວິທະຍາສາດ ແລະ ຊາວໂລກຕື່ນເຕັ້ນ ກ່ຽວກັບວ່າ ອາດຈະມີຄວາມເປັນໄປໄດ້ທີ່ມີສິ່ງທີ່ມີຊີວິດເທິງດາວພະສຸກ ນັ້ນ.

ນັກວິໄຈບໍ່ໄດ້ຍອມຮັບວ່າມີສິ່ງທີ່ມີຊີວິດນອກໂລກເທື່ອ,  ການຄົ້ນພົບໄດ້ໃຫ້ຢ່າງນ້ອຍຄວາມເປັນໄປໄດ້ຂອງການເຄື່ອນໄຫວຂອງຈຸລີນຊີ ໃນຊັ້ນເທິງບັນຍາກາດຂອງດາວພະສຸກ.

ທ່ານ  Jane Greaves, ສາສະດາຈານແຫ່ງ Cardiff University ໃນປະເທດ UK ແລະເປັນຜູ້ຂຽນຫລັກສຳລັບບົດລາຍງານທີ່ຕີພິມເຜີຍແຜ່ໃນ Nature Astronomy ກ່າວວ່າພວກເຮົາກວດພົບແກ໊ສທີ່ຮຽກວ່າ phosphine ໃນຊັ້ນບັນຍາກາດຂອງດາວພະສຸກ

ແລະເຫດຜົນທີ່ພວກເຮົາຕື່ນເຕັ້ນໃຈຍ້ອນວ່າ ແກ໊ສ phosphine ເທິງໂລກແມ່ນຖືກສ້າງຂຶ້ນໂດຍ ຈຸລີນຊີ (microorganisms) ທີ່ມີຊີວິດໃນແວດລ້ອມທີ່ປອດອົກຊີ. ແລະສະນັ້ນມີໂອກາດທີ່ເຮົາຈະກວດພົບບາງຊະນິດຂອງຈຸລິນຊີທີ່ມີຊີວິດໃນເມກຂອງດາວພະສຸກ ແລະ ການສຶກສາຄົ້ນຄວ້າເພີ່ມເຕີມແມ່ນຈຳເປັນ.

091420-venus1

ແຫລ່ງຂ່າວ: cbsnews









No comments:

Post a Comment

SpicyTricks

Post Top Ad