ມະຫາວິທະຍາໄລ Oxford ສືບຕໍ່ທົດລອງວັກຊີນໂຄວິດ-19 - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

13.9.20

ມະຫາວິທະຍາໄລ Oxford ສືບຕໍ່ທົດລອງວັກຊີນໂຄວິດ-19

 ມະຫາວິທະຍາໄລ Oxford ສືບຕໍ່ທົດລອງວັກຊີນໂຄວິດ-19

ການທົດລອງຢາວັກຊິນຕ້ານໂຄວິດທີ່ກຳລັງພັດທະນາໂດຍ ມະຫາວິທະຍາໄລ Oxford ແລະ AstraZeneca  ຈະສືບຕໍ່ຫລັງຈາກຢຸດສະງັກໄປ ເນື່ອງຈາກດຳເນີນການກວດສອບ ຫລັງພົບຜູ້ຮັບຢາວັກຊີນ ເກີດມີອາການຜິດປົກກະຕິ. ແຕ່ໃນວັນເສົາຜ່ານມາ, ທາງ ມະຫາລິທະໄລ ໄດ້ຮັບໄຟຂຽວວ່າປອດໄພໃນການດຳເນີນການສືບຕໍ່ທົດລອງ. ທາງມະຫາວິທະຍາໄລກ່າວໃນການຖະແຫລງການວ່າ ອາການຜິດປົກກະຕິຂອງບາງຄົນແມ່ນຖືກຄາດໄວ້ແລ້ວ ສຳລັບການທົດລອງທີ່ມີ ຜູ້ເຂົ້າຮ່ວມຈຳນວນຫລວງຫລາຍເຊັ່ນນີ້.


Scientist at the Oxford Vaccine Group's facility in Oxford on 24 June 2020

ທາງ ມະຫາວິທະຍາໄລ ກ່າວຕື່ມວ່າ ຕອນນີ້ການຄົ້ນຄວ້າດຳເນີນຕໍ່ໂດຍປະຕິບັດຕາມຄຳແນະນຳຂອງ ຄະນະກຳມະການການກວດສອບຄວາມປອດໄພອິດສະຫລະ ແລະ ຝ່າຍກວດສອບຂອງ UK, the Medicines ແລະ Healthcare Products Regulatory Agency. (ໝວ່ຍງານຄວບຄຸມຜະລິດຕະພັນທາງດ້ານການດູແລສຸຂະພາບ ແລະ ຢາຮັກສາໂຣກ).

ແຫລ່ງ ແລະພາບ ຈາກ: BBC news.


No comments:

Post a Comment

SpicyTricks

Post Top Ad