ກຳມັນຕະພາບລັງສີ ເທິງເດືອນມີສູງຫລາຍ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

27.9.20

ກຳມັນຕະພາບລັງສີ ເທິງເດືອນມີສູງຫລາຍ

 ຂະນະທີ່ ສະຫະລັດ ກຽມ ສົ່ງມະນຸດໄປຍັງເດືອນອີກຄັ້ງໃນທົດສະວັດນີ້, ໜຶ່ງບັນຫາທີ່ໃຫ່ຍສຸດທີ່ນັກອາວະກາດຈະພົບ ຄື ກຳມັນຕະພາບລັງສີຢູ່ນອກໂລກ ເຊິ່ງອາດຈະສົ່ງຜົນກະທົບຕໍ່ສຸຂະພາບ.

ເຖິງວ່າພາລະກິດ ອາໂປໂລໃນຍຸກປີ 60 ແລະ 70 ໄດ້ພິສູດໃຫ້ເຫັນແລ້ວວ່າ ປອດໄພສຳລັບມະນຸດໃນການໃຊ້ເວລາສອງສາມວັນທີ່ພື້ນຜິວດວງເດືອນ,  ແຕ່ ນາຊາ ບໍ່ໄດ້ ວັດແທກລະດັບລັງສີໃນແຕ່ລະວັນ ເຊິ່ງຈະຊ່ວຍນັກວິທະຍາສາດຊອກຫາວ່າ ນັກອາວະກາດສາມາດຢູ່ນັ້ນໄດ້ດົນປານໃດ. ບັນຫານີ້ຖືກແກ້ໄຂໃນວັນສຸກ ຫລັງຈາກ ທີມງານ ເຢຍລະມັນ-ຈີນ ຕີພິມໃນ ວາລະສານ Science Advances  ສຳລັບຜົນຮັບທີ່ທົດລອງໂດຍ Chang'E 4 lander ໃນປີ 2019.

radiationonmoon_1024


ນັກຂຽນຮ່ວມ Robert Wimmer-Schweingruber, ທີ່ເປັນນັກຟິຊິກສາດທີ່ ມະຫາວິທະຍາໄລ Kiel ກ່າວຕໍ່ AFP ວ່າ: ກຳມັນຕະພາບລັງສີຂອງເດືອນ ແມ່ນ ສູງກວ່າ ລັງສີທີ່ມີເທິງ ສະຖານີອາວະກາດນາໆຊາດ ສອງ ແລະ ສາມເທົ່າ.

ສະນັ້ນມັນຈຳກັດນັກອາວະກາດຢູ່ເທິງພື້ນຜິວເດືອນ ປະມານ ສອງເດືອນ.

ອ່ານເພີ່ມ:https://www.sciencealert.com/scientists-predict-how-long-humans-can-survive-radiation-on-the-moon



No comments:

Post a Comment

SpicyTricks

Post Top Ad