ຄົນລາວ 7 ຄົນຖືກຍິງເສຍຊີວິດທີ່ຟາມກັນຢາໃນ ຄາລິຟໍເນຍ. - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

12.9.20

ຄົນລາວ 7 ຄົນຖືກຍິງເສຍຊີວິດທີ່ຟາມກັນຢາໃນ ຄາລິຟໍເນຍ.

ຄົນລາວ 7 ຄົນຖືກຍິງເສຍຊີວິດທີ່ຟາມກັນຢາໃນ ຄາລິຟໍເນຍ.

ອີງຕາມການລາຍງານຂ່າວຂອງ https://abcnews.go.com/US/wireStory/killed-large-scale-california-marijuana-operation-72893735

ປະມານ 20 ຄົນເຮັດວຽກຢູ່ໃນສະຖານທີ່ຟາມປູກກັນຊາ ປະກອບມີບ່ອນພັກອາໄສໍຊົ່ວຄາວ, ສະຖານທີ່ກ້າເບ້ຍ, ພາຫະນະສຳລັບການຜະລິດ ຯລຯ.

ເຈົ້າໜ້າທີ່ແຫ່ງ ເຂດປົກຄອງ Riverside ທ່ານ Chad Bianco ກ່າວ ຜູ້ເຄາະຮ້າຍ ແລະ ພະຍານລ້ວນແມ່ນຄົນລາວ, ຫົກຄົນຕາຍໃນທີ່ເກີດເຫດ ແລະ ອີກຄົນໜຶ່ງ ທີ່ເປັນຜູ້ຍິງ ເສຍຊີວິດຢູ່ໂຮງໝໍໃນເວລາຕໍ່ມາ...

ທ່ານ Jerred Kiloh, ເຈົ້າຂອງ  marijuana dispensary ແຫ່ງ ໂລສ ແອນເຈິລິສ , ເຊິ່ງລາວຍັງເປັນຫົວໜ້ານຳພາ ສະມາຄົມທຸລະກິດກັນຊາ ກ່າວວ່າ "ຄວາມສ່ຽງເປັນເລື່ອງປົກກະຕິໃນຕະຫລາດໄຕ້ດິນ"

ເມື່ອເຈົ້າມີເງິນ ແລະ ຜົນຕອບແທນສູງ ຜູ້ຄົນອື່ນຢາກຈະຍາດເອົາຈາກເຈົ້າ.

ທ່ານ Kiloh ຍັງກ່າວວ່າ: 

ອາຊະຍາກຳການຕະຫລາດທີ່ຜິດກົດໝາຍສ່ວນໃຫ່ຍ ບໍ່ໄດ້ຖືກລາຍງານ ເພາະຜູ້ປູກທີ່ຖືກຈີ້ປຸ້ນບໍ່ສາມາດໄປແຈ້ງຕໍ່ເຈົ້າໜ້າທີ່ທາງການໄດ້.

ຄົນລາວມີສ່ວນກ່ຽວຂ້ອງໃນການປູກຝັງກັນຊາທີ່ຜິດກົດໝາຍໄດ້ຂະຫຍາຍຕົວໃນທົດສະວັດກ່ອນໃນດີນປູກຝັງທີ່ສຳຄັນຂອງ ຄາລິຟໍເນຍ. ຜູ້ຄົນຈາກ ຊຸມຊົນເລັກໆ ກວມເອົາຈຳນວນຫລາຍໃນການປູກກັນຊາໃນເດີນບ້ານ ແລະ ໃນພື້ນທີ່ປູກຝັງທີ່ສຳຄັນ.

ສະຖານທີ່ເກີດເຫດ ພາບຈາກ abcnews.




No comments:

Post a Comment

SpicyTricks

Post Top Ad