ຍົນຕົກທີ່ປະເທດຍູເຄຣນ: ຍອດຜູ້ເສຍຊີວິດເພີ່ມຂຶ້ນເຖິງ 26 ຄົນ, ລອດຊີວິດ 1 ຄົນ.
ອີງຕາມລາຍງານຂອງຣອຍເຕີ, ຍອດຜູ້ເສຍຊີວີດຈາກເຫດຍົນທະຫານຂອງຍູເຄຣນຕົກ ເພີ່ມຂຶ້ນ 26 ແລະ ລອດຊີວິດ 1 ຄົນ.
ຍົນທະຫານ ຮຸ່ນ Antonov-26 ສອງເທີໂບ ເປັນຂອງກອງທັບ ຍູເຄຣນ, ຂົນສົ່ງຜູ້ໂດຍສານທັງໝົດ 27 ຄົນ, ເກີດອຸບັດເຫດຕົກແລະໄຟໄໝ້ ຂະນະທີ່ລົງຈອດ ໃນຕອນແລງຂອງວັນສຸກວານນີ້ ທີ່ ສະໜາມບິນ Chuhuiv, ເຊິ່ງມີໄລຍະທາງຈາກ ເມືອງຫລວງ KYIV ປະມານ 400 ກິໂລແມັດ.
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ທ່ານ Igor Starobinksy ກ່າວວ່າຄອບຄົວຜູ້ເຄາະຮ້າຍຈະໄດ້ຮັບເງິນຊົດເຊີຍປະມານ 56,000 ໂດລາຕໍ່ຄົນ.
photo by AP news.
No comments:
Post a Comment