ຕາມການລາຍງານຂອງຣອຍເຕີໃນວັນອັງຄານນີ້, ຍອດຜູ້ເສຍຊີວິດຈາກໂຄວິດ-19 ໃນສະຫະລັດ
ເກີນ 200,000 ຄົນແລ້ວ.
ມາຮອດດຽວນີ້
ເປັນຕົວເລກທີ່ສູງກວ່າ ທຸກໆປະເທດ.
ສະເລ່ຍແລ້ວ 800 ຊີວິດຕໍ່ອາທິດ, ຍອດຜູ້ຕາຍປະຈຳວັນທີ່ສູງສຸດຄື 2,806 ຄົນໃນ ວັນທີ 15
ເດືອນເມສາ.
ວັນຈັນ ທ່ານ ທຣຳ ປະທານາທິບໍດີ
ສະຫະລັດຯ ກ່າວວ່າ ລາວໄດ້ເຮັດວຽກງານທີ່ຍອດຍ້ຽມຕໍ່ກັບ ການລະບາດ ເຊິ່ງ
ໄດ້ມີຜູ້ຕິດເຊື້ອແລ້ວເຖິງ 6,9 ລ້ານຄົນ.
ທ່ານ ທຣຳ ກ່າວວ່າ
ວັກຊີນອາດຈະພ້ອມກ່ອນວັນ ເລືອກຕັ້ງ ຄື 3 ພະຈິກ.
ອີງຕາມຂໍ້ມູນຂອງ CDC 70% ຂອງຜູ້ເສຍຊີວິດແມ່ນມີອາຍຸ 65
ຂຶ້ນໄປ.
Post Top Ad
22.9.20
ໂຄວິດ-19: ຜູ້ເສຍຊີວິດໃນ ສຫລ ກາຍ ສອງແສນຄົນແລ້ວ
Subscribe to:
Post Comments (Atom)
No comments:
Post a Comment