ໄທ: ລົດຕູ້ ແລະ ລົດບັນທຸກປິກອັບຕຳກັນເຮັດໃຫ້ມີຜູ້ເສຍຊີວິດເຖິງ 25 ຄົນ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

2.1.17

ໄທ: ລົດຕູ້ ແລະ ລົດບັນທຸກປິກອັບຕຳກັນເຮັດໃຫ້ມີຜູ້ເສຍຊີວິດເຖິງ 25 ຄົນ

ພາບຈາກ:http://newsinfo.inquirer.net/858726/van-truck-collide-catch-fire-on-thai-highway-killing-25
ຈາກການລາຍງານຂອງແຫລ່ງຂ່າວ CNN ວ່າ: ລົດຕູ້ ແລະ ລົດບັນທຸກປິກອັບຕຳກັນເຮັດໃຫ້ມີຜູ້ເສຍຊີວິດເຖິງ 25  ຄົນ ໃນນັ້ນສອງຄົນແມ່ນເດັກນ້ອຍ, ຕາມລາຍງານ ພາຍຫລັງຕຳແລ້ວເກີດໄຟລຸກຖ້ວມ.

ເຫດການນີ້ເກີດຂຶ້ນທີ່ເມືອງ ບ້ານບຶງ ແຂວງ ຊົນບູຣີ  ເຊິ່ງຫ່າງຈາກບາງກອກທາງຕາເວັນອອກສ່ຽງໃຕ້ປະມານ 114 ກິໂລແມັດ.
ໃນລົດຕູ້ 14 ຄົນເສຍຊີວິດ ແລະ ລອດ ໜຶ່ງຄົນ
ໃນລົດ ບັນທຸກ ຜູ້ໃຫ່ຍ ແລະ ເດັກນ້ອຍລວມທັງໝົດ 11 ຄົນເສຍຊີວິດ ( ເດັກສອງຄົນ) ແລະ ຄົນໜຶ່ງລອດຊີວິດ. ສອງຄົນທີ່ລອດນັ້ນກຳລັງຮັກສາຕົວຢູ່ທີ່ໂຮງໝໍ. ຕາມການລາຍງານຂອງ CNN.

No comments:

Post a Comment

SpicyTricks

Post Top Ad