SYDNEY: ບໍລິສັດPanAust ຈຳກັດຂອງອອສຕຣາລີໄດ້ຕັດແຮງງານອອກເຖິງ 5% ໂດຍສະເພາະແມ່ນແຮງງານໃນຂະແໜງການຜະລິດແຮ່ທອງແດງໃນປະເທດລາວ ເຫດຜົນກໍ່ຍອ້ນ ລາຄາຂອງທອງແດງຕົກລາຄາເຖິງຈຸດຕ່ຳສຸດໃນເຄິ່ງທົດສະວັດທີ່ຜ່ານມາ.
PanAust ແມ່ນໜຶ່ງໃນສອງບໍລິສັດຕ່າງປະເທດທີ່ດຳເນີນການຂຸດຄົ້ນບໍ່ແຮ່ໃນລາວ
ບໍລິສັດໄດ້ມີເປົ້າໝາຍໃນສອງສາມປີຕໍ່ໜ້າຄືການຜະລິດທອງແດງໃນບໍ່ພູຄຳໃຫ້ຂະຫຍາຍຕົວເຖິງ
30%ແລະກຳລັງພັດທະນາໂຄງງການຂຸດຄົ້ນທອງແດງແຫ່ງທີ່ສອງໃນເຂດແມ່ນ້ຳຟຣີອີດາ
ປະເທດ ປາກົວ ນີວ ກີເນຍ

ທອງແດງເບັນຊ໌ມາຣຄ໌ ສາມເດຶອນໃນຕະຫລາດໂລຫະລອນດອນແມ່ນຢູ່ໃນລາຄາຕ່ຳກວ່າ$5,600
ຕໍ່ໂຕນ,ແມ່ນເປັນລາຄາທີ່ອອ່ນແອທີ່ສຸດນັບແຕ່ເດືອນມິຖຸນາ ປີ 2009..
ລາຄາໄດ້ຫລຸດຫລາຍກວ່າ 11% ໃນເດືອນມັງກອນ ເຊິ່ງເຮັດໃຫ້ເປັນຊ່ວງເດືອນທີ່ຂີ້ຮ້າຍສຸດນັບແຕ່ເດືອນພຶດສະພາ
ປີ 2012.
ຝ່າຍບໍລິສັດ PanAust ເວົ້າໃນວັນພຸດທີ່ຜ່ານມາວ່າ:”ການປຽ່ນແປງບັນດາການຈັດຕັ້ງແມ່ນມີຄວາມຈຳເປັນເພື່ອຮັບ
ປະກັນການປະຕິບັດວຽກງານຂອງພວກເຮົາໃຫ້ດຳເນີນຕໍ່ເນື່ອງແລະຍັງຄົງມີການແຂ່ງຂັນ
ແລະສະທອ້ນວຽກງານສຳຄັນລຳດັບທຳອິດຂອງບໍລິສັດໃນປີ
2015ກໍ່ຄືປະສິທິພາບການທຳງານໃຫ້ດີທີ່ສຸດໃນບັນດາການປະຕິບັດງານທີ່ມີຢູ່ແລະນຳເອົາໂຄງການແມ່ນ້ຳ
ຟຣີອີດາກ້າວເດີນໄປທາງໜ້າສູ່ການຕັດສິນພັດທະນາ”
ລາຄາຫຸ້ນຂອງ PanAust ຕົກຫລາຍກວ່າ 6%
ຄືຕົກຮອດ A$1.35 ໃນວັນພຸດທີ່ຜ່ານມາ,ໃນຂະນະທີ່ຕະຫລາດທີ່ກວ້າງກວ່າໄດ້ຕົກພຽງ0.3%
. ຫຸ້ນໄດ້ຕົກ 27 % ໃນໄລ່ຍະປີທີ່ຜ່ານມາ.
ຕາມຂໍ້ມູນໃນວັນທີ 29 ເດືອນມັງກອນ ໃນໄຕມາດທີ 4 ຂອງການຜະລິດໄດ້ເປີດເຜີຍວ່າ:PanAust
ຄາດຫວັງທີ່ຈະລາຍງານວ່າ ບໍລິສັດໄດ້ບັນລຸເຖິງຈຸດສູງສຸດ ຂອງການຜະລິດທອງແດງໃນທ້າຍປີ 2014 ຕາມ ແຜນການຜະລິດ 65-70,000 ໂຕນ.
ສ່ວນ ບໍລິສັດຈີນ MMG ຈຳກັດ,ເຈົ້າຂອງບໍ່ແຮ່ໃນເຊໂປນຂອງລາວເວົ້າວ່າ:ບໍລິສັດຈະລາຍງານຕົວເລກການຜະລິດໃນວັນພະຫັດນີ້.
PanAust ເວົ້າວ່າ:
ໄດ້ຕັດ182 ແຮງງານໃນບໍ່ທອງແດງທີ່ພູຄຳ,ຫລຸດຜອ່ນການໃຊ້ຈ່າຍໃນການປະຕິບັດງານໃນແຕ່ລະປີເຖິງ
$15.5 ລ້ານ.
PanAust ຍັງເວົ້າຕື່ມອີກວ່າ:ການຫລຸດແຮງງານແລະການໝົດສັນຍາແຮງງານຈະສາມາດຫລຸດຈຳນວນ
ຕົວເລກຂອງແຮງງານໄດ້ໃນປີນີ້.
ແປຈາກ:
http://articles.economictimes.indiatimes.com/2015-01-14/news/58066245_1_copper-mine-frieda-river-laos
No comments:
Post a Comment