ຈີນຈະສ້າງທາງລົດໄຟໃນໄທເຊື່ອມຕໍ່ລາວ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

2.1.15

ຈີນຈະສ້າງທາງລົດໄຟໃນໄທເຊື່ອມຕໍ່ລາວ








HONG KONG —
ຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບລັດຖະບານໄທເພື່ອສ້າງທາງລົດໄຟລາງຄູ່ທີ່ມີໄລ່ຍະທາງ 542 ໄມລສ໌ຈາກໜອງຄາຍທີ່ຕິດກັບຊາຍແດນລາວເຖິງເຂດອຸດສາຫະກຳພາກຕາເວັນອອກທີ່ຕິດກັບທະເລ.
ຕາມການລາຍງານຂອງສຳນັກງານຂ່າວຣອຍເຕີຣ.
ບົດບັນທຶກຄວາມເຂົ້າໃຈໄດ້ຖືກເຊັນໃນນອກກອງປະຊຸມພາກພື້ນທີ່ດຳເນີນເປັນເວລາສອງມື້ທີ່ບາງກອກ, ເຫັນໄດ້ວ່າຈີນໄດ້ມີອິດທິພົນແຂງແຮງຂື້ນກັບປະເທດໄທປະເທດທີ່ເຄີຍມີຄວາມສຳພັນອັນແໜ້ນແພ້ນກັບສະຫະລັດ, ແຕ່ຄວາມສຳພັນນັ້ນໄດ້ເຢັນລົງຫລັງຈາກການລັດຖະປະຫານໃນເດືອນເມສາປີກາຍນີ້
ລັດຖະມົນຕີກະຊວງຄົມມະນາຄົມຂອງໄທ ທ່ານ ປຣາຈິນ ຈັນທອງໃຫ້ສຳພາດກັບສຳນັກຂ່າວວ່າ:
ຈີນຈະເປັນຝ່າຍຮັບຜິດຊອບໃນວຽກງານການກໍ່ສ້າງແລະພັດທະນາຕານ່າງທາງລົດໄຟແລະຝ່າຍໄທຈະເຂົັ່າຮ່ວມ
ໃນການກະກຽມວຽກງານພື້ນຖານສຳລັບການກໍ່ສ້າງ.
ທ່ານ ປຣາຈິນເຈົ້າໜ້າລະດັບສູງທະຫານອາກາດ ຍັງເວົ້າວ່າ:
ຝ່າຍຈີນໄດ້ຕົກລົງເຫັນດີໂດຍຊົ່ວຄາວກັບຝ່າຍລາວໃນການສ້າງທາງລົດໄຟຈາກຄຸນມິງຜ່ານລາວ ຊຶ່ງມີຈຸດປະສົງເພື່ອເຊື່ອມຕໍ່ກັບປະເທດໄທ.  ນອກນັ້ນ ຈີນຍັງຈະພັດທະນາເສັ້ນທາງລົດໄຟ ທີ່ມີໄລ່ຍະຄວາມຍາວ 82 ໄມລສ໌ເຊື່ອມກັບໃຈກາງຂອງແຂວງ ສະຣະບູຣີ ເຖິງ ບາງກອກ.
ໄລ່ຍະຜ່ານມາໄກ້ໆນີ້, ໜ່ວຍສະຖາບັນອອກກົດໝາຍລັດຖະບານທະຫານໄທໄດ້ອານຸມັດຂໍ້ຕົກລົງເບື້ອງຕົ້ນກັບຝ່າຍຈີນ, ເຮັດໃຫ້ມີມູນຄ່າ ເຖິງ $10.66 ຕື້.
ທ່ານ ມາຢາຊູ ໂຮຊູມິ ປະທານອົງການການຄ້ານອກປະເທດຢີ່ປຸນ ໃນໄທ(JETRO), ເວົ້າວ່າ:
ຕານ່າງທາງລົດໄຟແມ່ນ ຈຳເປັນເພື່ອເພີ່ມທະວີຕານ່າງການຜະລິດໃນພາກພື້ນ

source:
http://www.joc.com/rail-intermodal/china-build-thai-rail-link-laos_20150101.html

No comments:

Post a Comment

SpicyTricks

Post Top Ad