ມໍລະດົກໂລກສຽ່ງໄດ້ຮັບຜົນກະທົບຕໍ່ການເພີ້ມຂື້ນຂອງລະດັບນ້າທະເລ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

6.3.14

ມໍລະດົກໂລກສຽ່ງໄດ້ຮັບຜົນກະທົບຕໍ່ການເພີ້ມຂື້ນຂອງລະດັບນ້າທະເລ




ບົດລາຍງານຂອງງານວິໃຈສິ່ງແວດລອ້ມໄດ້ພົບວ່າການເພີ້ມຂື້ນຂອງລະດັບນ້າທະເລ ຍອ້ນການປຽ່ນແປງສະພາບອາກາດ
ນັ້ນຈະສົ່ງຜົນກະທົບຕໍ່ສະຖານທີ່ທີ່ເປັນມໍລະດົກໂລກໃນທົ່ວໂລກລວມເຖິງຮູບປັ້ນສັນຕິພາບໃນນິວຢອກ;ຫໍໂທເວີໃນລອນດອນຫລືຫໍລຳເລື້ອງໃນຊີດນີ ,ອອສເຕຼເລຍ.
ນັກວິທະຍາສາດ Ben Marzeion ເວົ້າວ່າ: ການເພີ້ມຂື້ນຂອງນຳ້ເຖິ່ງວ່າເປັນລະດັບທີ່ຕ່ຳແລະຄອ່ຍໆ ແຕ່ມັນຈະຕໍ່ເນື່ອງໃນເວລາຍາວນານ ແລະມັນຈະສົ່ງຜົນກະທົບຕໍ່ສະຖານທີ່ວັດທະນະທຳທີ່ເປັນມໍລະດົກໂລກໃນທົ່ວໂລກ.

ນັກວິທະຍາສາດ Marzeion ແລະAnders Leverman  ຈາກສະຖາບັນການຄົ້ນຄວ້າຜົນກະທົບຂອງສະພາບອາກາດໃນເຢຍລະມັນເວົ້າວ່າ : ພວກເຂົາໄດ້ຄິດໄລ່ແລ້ວ ຄວາມເປັນໄປໄດ້ຂອງການເພິ້ມຂື້ນທຸກໆອຸນາພູມຂອງໂລກຮອ້ນແລະຢັ້ງຢືນວ່າເຂດມໍລະດົກໂລກຂອງ
ຢູເນສໂກ ຈະມີຄວາມສຽ່້ງສູງຕໍ່ຜົນກະທົບໃນອານາຄົດ. ນອກນັ້ນ ພວກເຂົາຈະເອົາໃຈໃສ່ສະເພາະໃນວຽກງານການຄົ້ນຄວ່້າຜົນກະທົບຂອງສະພາບອາກາດປຽ່ນຕໍ່ມໍລະດົກໂລກວ່າມັນອາດຈະກະທົບແນວໃດ.

ນັກຄົ້ນຄ້ວາພົບວ່າອຸນາພູມທົ່ວໂລກເພີ່ມຂື້ນສະເລ່ຍ 1 ອົງສາເຊລຊູສ
40 ສະຖານທີ່ຂອງສະຖານທີ່ມໍລະດົກໂລກຈະຖືກນ້ຳພັດໄປໃນສອງພັນປີຂ້າງໜ້າ.

Marzeion ໄດ້ເວົ້າວ່າ ສະຖານທີ່ 136 ແຫ່ງຈະຢູ່ພື້ນທະເລຖ້າບໍ່ມີມາດຕະການໃນການປອ້ງກັນ
ຄວາມຈິງແລ້ວ,ຄື້ນຫຍັກແລະພະຍຸຈະຖະລົ້ມສະຖານທີ່ພວກນີ້ບໍ່ຈຳເປັນຕອ້ງລໍຖ້າເຖິງພັນປີເຊິ່ງເປັນວຽກງານທີ່ຈະຕອ້ງຄົ້ນຄວ້າຕໍ່ໄປ. ທີມງານຄົ້ນຄ້ວາເວົ້າວ່ານັກວິທະຍາສາດຕອ້ງເລີ້ມໃນການພິຈາລະນາແລະຄົ້ນຄ້ວາໃນອັດຕາການເພີ້ມສູງຂອງລະດັບນ້າທະເລໃນພາກພື້ນທີ່ແຕກຕ່າງກັນ.


No comments:

Post a Comment

SpicyTricks

Post Top Ad