ມາຮູ້ຈັກກັບພະຍາດອາລເຊເມີ Alzheimer - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

6.3.14

ມາຮູ້ຈັກກັບພະຍາດອາລເຊເມີ Alzheimer


Wikimedia:


ໂຣກອາລເຊີເມີ (Alzheimer)
ເປັນຮູບທຳມະດາທີ່ສຸດຂອງເດເມັນເທີຍ(dementia) ບໍ່ມີການຮັກສາໃຫ້ຫາຍຂາດສະເພາະໂຣກພະຍາດນີ້້
ເຊິ່ງມັນຮ້າຍແຮງກວ່າເດີມເນື້ອງຈາກມັນມີການພັດທະນາແລະໃນທີ່ສຸດຜູ່ປ່ວຍຈະເສຍຊິວິດ
ໂຣກນິ້ມັນໄດ້ຖືກອະທິບາຍເປັນຄັ້ງທຳອິດໂດຍນັກຈິດຕະວິທະຍາແລະນັກNeuropatholotist Alois Alzheimer ຊາວເຢຍລະມັນໃນປີ1906ແລະໄດ້ຕັ້ງຊື້ມັນຂື້ນໂດຍໃຊ້ນາມສະກຸນຂອງລາວເອງ. ອາການຂອງໂຣກນີ້ສ່ວນຫລາຍຈະພົບເຫັນໃນຄົນໄວອາຍຸ 65ປີຂື້ນໄປ.ແຕ່ອາການເບື້ອງຕົ້ນທີ່ແພ່ລາມນອ້ຍນັ້ນ ສາມາດພົບເຫັນໃນຄົນອາຍຸນອ້ຍກວ່າ65 ປີໄດ້ເຊັ່ນກັນ. ມີຜູ້ປວ່ຍຂອງໂຣກອາລເຊີເມີ 26.6ລ້ານຄົນໃນທົ່ວໂລກແລະຄາດຄະເນວ່າຈະມີຜູ້ຕິດເຊື້ອພະຍາດນີ້ 1 ໃນ 85 ຄົນໃນທົ່ວໂລກຈົນຮອດປີ 2050.
ການຂຫຍາຍຕົວຂອງໂຣກນີ້ມັນຂື້ນກັບຮ່າງກາຍຂອງແຕ່ລະຄົນ
ມັນໄດ້ມີອາການຫລາຍອາການທີ່ພົບເຫັນ
ອາການເບື້ອງຕົ້ນອາດເຂົ້າໃຈຜິດວ່າເປັນຍອ້ນໄວສະລາ
ຫລືອາການຂອງຄວາມຄຽດ
ໃນເບື້ອງຕົ້ນອາການແມ່ນຍາກທີ່ຈະຈື່ຈຳສິ່ງຕ່າງໆທີ່ເກີດຂື້ນໃນເວລາຜ່ານມາທີ່ຫາກໍເກີດຂື້ນ;

ຮູ້ຈັກກັນດີກັບການສູນເສຍຄວາມຈຳໃນເວລາສັ້ນໆ
ເມື່ອພະຍາດນີ້ໄດ້ຖືກສົງໄສ,ນັກວິຊາການເເພດປົກກະຕິຈະຢັ້ງຢືນຜົນທົດລອງທີ່ປະເມີນຄ່າພິດຕິກຳແລະຄວາມສາມາດໃນການຄິດ;

ຖ້າເປັນໄປໄດ້ປົກະຕິຈະດຳເນີນການສແກນສະໝອງ
ແນວໃດກໍຕາມ;ການກວດເຊັກຂອງບັນຫາສະໝອງແມ່ນຮຽກຮອ້ງໃນການຊີ້ອາການປວ່ຍຢ່າງແນ່ນອນ
ເນື້ອງພະຍາດມີການກ້າວໜ້າ ອາການອາດລວມເຖິງຄວາມສັບສົນ( confusion);ຄວາມໃຈຮ້າຍງ່າຍ,ການຮຸກຮານ,ອາລົມປຽ່ນແປງ,ບັນຫາກັບພາສາແລະການຫລົງລືມຄວາມຈຳອາດີດທີ່ຜ່ານມາດົນ
ເນື້ອງຈາກບັນຫານີ້ ພວກເຂົາຖອນຕົວຈາກການຄົບຄ້າສະມາຄົມໃນຄອບຄົວແລະສັງຄົມ
ການທຳງານຂອງຮ່າງກາຍຄອ່ຍໆສູນເສຍ
ແລະສຸດທ້າຍເສຍຊິວິດ
ເນື້ອງຈາກພະຍາດນີ້ທຸກໆຄົນມີການຕອບຮັບແລະປະຕິກິລິຍາຮ່າງກາຍແຕກຕ່າງກັນ
ຄວາມແຕກຕ່າງໃນການຄາດເດົາມັນສົ່ງຜົນກະທົບແນວໃດຕໍ່ຄົນເຊິ່ງມີຄວາມຫຍຸງຍາກຫລາຍ.

ອາລເຊີເມີ ພັດທະນາໃນຊ່ວງເວລາທິ່ບໍ່ຊັດເຈນແລະມີການປຽ່ນແປງກອ່ນທີ່ມັນຈະປະກົດອອກມາເປັນໂຣກຢ່າງເຕັມຕົວແລະມັນສາມາດທີ່ສະແດງອາການເຊິ່ງເຮັດໃຫ້ບໍສາມາດກວດພົບໄດ້ເປັນຫລາຍໆປີ.
 ສະເລ່ຍແລ້ວຜູ່ປວ່ຍຈະມີຊິວິດຢູ່ໄດ້ປະມານເຈັດປີນັບຈາກມື້ບົ່ງມະຕິພະຍາດແລະນອ້ຍກວ່າສາມ
ເປີເຊັນທີ່ສາມາດມີຊິວິດໄດ້ຍາວເຖິງສິບສີ່ປີຫລັງຈາກຖືກບົ່ງພະຍາດນີ້.


No comments:

Post a Comment

SpicyTricks

Post Top Ad