ລາວຕັ້ງເປົ້າໝາຍສູງສຳລັບຕົວເລກນັກ ທ\ ທ ປີນີ້ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

27.2.14

ລາວຕັ້ງເປົ້າໝາຍສູງສຳລັບຕົວເລກນັກ ທ\ ທ ປີນີ້






 ຂ່າວບາງກອກໂພສ


ສປປລາວປາດຖະໜາໃຫ້ນັກທອ່ງທຽ່ວຕ່າງຊາດເຂົ້າມາປະເທດຫລາຍຂື້ນແລະໄດ້ແກ້ໄຂທິດທາງຂອງປີ2014ຫລັງຈາກຕົວເລກຈຳນວນນັກທອ່ງທຽ່ວປີກາຍນີ້ໄດ້ລື່ນຄາດໝາຍທີ່ລັດຖະບານຄາດຄະເນສຳລັບປີ2015


ເຈັ້າໜ້າທີ່ຫອ້ງການທອ່ງທຽ່ວບອກກັບວຽງຈັນທາມສວ່າ:ນັກທອ່ງທຽ່ວຕ່າງປະເທດທີ່ຈະມາທຽ່ວລາວໃນປີນີ້ຄາດຄະເນປະມານ3.9 ລ້ານຄົນ ,ປະມານ 400,000 ຄົນ ຫລາຍກວ່າການຄາດຄະເນກອ່ນໜ້າ,

ຜູ້ບໍລິຫານຫອ້ງການທອ່ງທຽ່ວແຫ່ງຊາດທ່ານ ບຸນທະວີ ບອກນັກຂ່າວໃນວັນພະຫັດນີ້ວ່າ: ທາງການລາວຄາດຄະເນນັກທອ່ງທຽ່ວຈະມາທຽ່ວລາວໃນປີ2015 ປະມານ 3.7ລ້ານ, ແຕ່ຕົວເລກນັກທອ່ງທຽ່ວທີ່ເຂົ້າມາລາວໃນປີກາຍນີ້ໄດ້ສູງກວ່າແລະກາຍຈຳນວນທີ່ຄາດຄະເນແລ້ວ.

ໃນປີກາຍນີ້,ມີນັກທອ່ງທຽ່ວມາລາວສູງເຖິງ 3.79 ລ້ານ,ໃນນັ້ນນັກ ທທ ຈາກໄທປະມານ ສອງລ້ານ ສ້າງລາຍຮັບໃຫ້ເສດຖະກິດສູງເຖິງ 13.5 ລ້ານດອນລາສະຫະລັດ.

ທ່ານບຸນທະວີຍັງເວົ້າວ່າ: ວິກິດການຂອງການເມືອງໄທຈະບໍ່ສົ່ງຜົນກະທົບຕໍ່ນັກທອ່ງທຽ່ວໄທທີ່ຈະມາທຽ່ວເມືອງລາວໃນປີນີ້.

No comments:

Post a Comment

SpicyTricks

Post Top Ad