ຊິນຮົວ ເຊີແນວ
ວັນທີ 14-09-2013 ນັກຂ່າວ
ຫລິວ ເມ ເຊີນ ແລະ ອູເຊີນ
ຫລັງຈາກມີການຫາລືກັນໃນບັນຫາຊີເຣຍເປັນເວລາສາມວັນ ທ່ານ ເຄີຣີແລະລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ
ລາວຣອບໄດ້ຕົກລົງກັນແລະເຊັນສັນຍາກຽ່ວກັບບັນຫາຈັດການທຳລາຍອາວຸດເຄມີໃນຊີເຣຍ.
ອີງຕາມຂໍ້ຕົກລົງ
ຊີເຣຍຕອ້ງໃຫ້ລາຍລະອຽດກຽ່ວກັບອາວຸດເຄມີ ພາຍໃນນຶ່ງອາທິດເຊັ່ນໃຫ້ລາຍຊື່ທາດອົງປະກອບໃຊ້ໃນອາວຸດເຄມີ;ຊະນິດ
,ຈຳນວນແລະການເກັບຮັກສາ,ຫອ້ງວິໃຈທົດລອງແລະລາຍລະອຽດອື່ນໆ
ນັກຊຽ່ວຊານຂອງ ສປຊ
ຕອ້ງສາມາດເຂົ້າໄປໃນຊີເຣຍເພື່ອກວດສອບກອ່ນເດືອນພະຈິກນີ້ ແລະກອ່ນກາງປີໜ້າ2014ຕອ້ງກຳຈັດແລະທຳລາຍຫລືຍົກຍ້າຍອາວຸດເຄມີດັ່ງກ່າວໃນຊີເຣຍທັງໝົດ.
ອີງຕາມຂໍ້ຕົກລົງ;ສະຫລະລັດແລະຣັດເຊຍຕອ້ງສະເໜີຮ່າງຕໍ່ອົງການຫ້າມນຳໃຊ້ອາວຸດເຄມີ ເຊິ່ງມີເນື້ອໃນລວມທັງບາດກ້າວການທຳລາຍອາວຸດເຄມີແລະມາດຕະການໃນການກວດສອບ
ຫລັງຈາກໄດ້ຮັບອານຸມັດຈາກອົງການດັ່ງກ່າວນັ້ນ,ຈຶ່ງຈະສາມາດກຳນົດເວລາທີ່ຊັດເຈນໃນການທຳລາຍອາວຸດເຄມີ.
ອີງຕາມຂໍ້ຕົກລົງ;ຣັດເຊຍແລະສະຫລະລັດໂດຍຜ່ານຄະນະກຳມະການກຽ່ວກັບການແກ້ໄຂບັນຫາຄວາມ ໝັ້ນຄົງ
ຂອງສະຫລະປະຊາຊາດຕອ້ງຊູກດັນວຽກງານໂດຍມີເນື້ອໃນກວມເອົາກຳນົດເວລາກວດສອບ
ຊີເຣຍວ່າໄດ້ດຳເນິນການຕາມມະຕິຊອງອົງການຫ້າມນຳໃຊ້ອາວຸດເຄມີຫລືບໍ
ພອ້ມທັງຖ້າມີການຍ້າຍອາວຸດທີ່ບໍໄດ້ຮັບອານຸຍາດຫລືຝ່າຍໃດຝ່າຍນື່ງນຳໃຊ້ອາວຸດເຄມີໂດຍບໍ່ໄດ້
ເຄົາລົບມະຕິຂອງຄະນະກຳມະການຄວາມໜັ້ນຄົງສະຫະປະຊາຊາດ
ສປຊຈະນຳໃຊ້ກົດບັດສະຫະປະຊາດ ມາດຕາທີ 7 ນຳໃຊ້ມາດຕະການຂັ້ນດັດຂາດຕໍ່ຊີເຣຍ.
《ກົດບັດສປຊ》ມາດຕາທີເຈັດ
ກຳນົດໄວ້ວາ່,ຄະນະກຳມະການຄວາມໝັ້ນຄົງຂອງ ສ ປຊ ໂດຍໃນສະພາບທີ່ຍັງບໍທັນໄດ້ຮັບຝ່າຍກໍລະນີດຳເນີນການ,ສປຊ
ສາມາດຂ່ວາມບາດຫລືຕັດການຊ່ວຍເຫລືອທາງດ້ານເສດຖະກິດຫລືສາມາດໃຊ້ມາດຕະການໂດຍສົ່ງກຳລັງທະຫານບຸກໂຈມຕີ.
ລັດຖະມົນຕີ ກຊການຕ່າງປະເທດຂອງຣັດເຊຍຊີ້ວ່າ,ໃນຂໍ້ຕົກລົງຫລືຂໍ້ກຳນົດນັ້ນບໍ່ໄດ້
ເວົ້າເຖິງການທະຫານຕ່າງໆຫລືການຂ່ວາມບາດແບບອັດຕາໂນມັດ.
ລາວເນັ້ນໜັກ,ຕັດສິນວ່າ ຝ່າຍຊີເຣຍເຮັດຜິດກົດໃນການຂັ້ນຕອນການທຳລາຍອາວຸດເຄມີຫລືບໍ,ທັງໝົດລ້ວນແຕ່ໃຫ້ຄະນະກຳມະການຄວາມໝັ້ນຄົງເປັນຜູ້ຕັດສິນ.
ທ່ານເຄີຣີເວົ້າວ່າ:ສອງຝ່າຍສະຫະລັດແລະຣັດເຊຍຕົກລົງກັນໃນການປືກສາຫາລືຄັ້ງນີ້,ການຍົກຍ້າຍ,ການທຳລາຍ
ອາວຸດເຄມີໃນຊີເຮຍ,ພາຍໃຕ້ການຄວບຄຸມຂອງອົງການຫ້າມນຳໃຊ້ອາວຸດເຄມີ
ການທຳລາຍອາວຸດເຄມີໃນສະຖານເຂດນອກ,ນັ້ນອາດຈະເປັນວີທີການຄວບຄຸມອາວຸດເຄມີທີ່ມີປະສິດທິພາບສູງສຸດ.
ລາວຍັງເວົ້າ: ພວກເຮົາຈະນຳໃຊ້ມາດຕະການກວດສອບແລ້ວກວດສອບອີກຕາມມາດຕະຖານ
ເຄີຣີສະແດງໃຫ້ເຫັນວ່າ,ຖ້າຂໍ້ຕົກລົງໄດ້ຮັບຄວາມສຳເລັດຜົນ,ຈະເປັນບາດກ້າວນື່ງທີ່ເປັນພື້ນຖານໃນການຮ່ວມມືເພື່ອແກ້ໃຂບັນຫາຊີເຣຍ.
ລັດຖະມົນຕີຕ່າງປະເທດຣັດເຊຍຄິດວ່າ
ການຕົກລົງລະວ່າງສະຫະລັດແລະຣັດເຊຍເປັນພຽງການເລີ້ມຕົ້ນ. ລາວເວົ້າວ່າ ການເຫັນດີເຫັນພອ້ມໃນຂໍ້ກຳນົດັ່ງກ່າວບໍ່ພຽງແຕ່ສາມາດທຳລາຍອາວຸດເຄມີເທົ່ານັ້ນແລະໃນເວລາດຽວກັນຍັງສາມາດຫລີກລຽ້ງການໃຊ້ກຳລັງທະຫານຂ່າລ້າງຊິວິດໃນຂົງເຂດດັ່ງກ່າວ.
ແປຈາກ ຊິນຮົວ
No comments:
Post a Comment