ຜູ້ນຳຊີເຣຍຍອມຮັບທີ່ຈະສົ່ງມອບອາວຸດເຄມີ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

12.9.13

ຜູ້ນຳຊີເຣຍຍອມຮັບທີ່ຈະສົ່ງມອບອາວຸດເຄມີ





ຊິນຮົວ:

ໃນການໃຫ້ສຳພາດກັບໂທລະພາບແຫ່ງນື່ງຂອງຣັດເຊຍ ຜູ້ນຳຊີເຣຍ ອາສແສດຢັ້ງຢືນວ່າ ຊີຣີຈະຍອມມອບອາວຸດເຄມີ .ການຂົ່ມຄູ່ຂອງອາເມລິກາບໍ່ໄດ້ມີຜົນໃດໆຕໍ່ຊີເຣຍໃນການຕັດສີນໃຈສົ່ງມອບອາວຸດເຄມີຄັ້ງນີ້
ຊີເຣຍຈະສົ່ງມອບເອກະສານໃຫ້ກັບສະຫະປະຊາຊາດແລະກຽມເຊັນສັນຍາ (ສັນຍາຫ່້າມນຳໃຊ້ອາວຸດເຄມີ)

  

ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຣັດເຊຍໃນວັນທີ່ 9 ເດືອນນີ້ ສະເໜີວ່າ”
ຊີເຣຍຈະເອົາອາວຸດເຄມີເຂົ້າໃນການຄວບຄຸມຂອງສາກົນ
ຫລັງຈາກສອງລັດຖະມົນຕີຕ່າງປະເທດຂອງຊີເຣຍແລພຣັດເຊຍໄດ້ພົບປະກັນ,ຣັດເຊຍເວົ້າວ່າ"ພວກເຮົາຮຽກຮອ້ງ
ໃຫ້ຜູ້ນຳຂອງຊີເຣຍປືກສາຫາລືກັນທີ່ຈະເອົາອາວຸດເຄມີເຂົ້າໃນການຄວບຄຸມຂອງສາກົນ ຫລັງຈາກນັ້ນດຳເນີນການທຳລາຍເປັນຂັ້ນຕອນ ພອ້ມກັນນັ້ນຕອ້ງພິຈາລະນາເຂົ້າຮ່ວມ " ສົນທິສັນຍາວ່າດ້ວຍການຫ້າມໃຊ້ອາວຸດເຄມີ.
  

ສ່ວນໂອບາມາຜູ້ນຳອາເມລິກາຂໍຮອ້ງສະພາປຽ່ນເວລາໃນການລົງຄະແນນສຽງໃນການໃຊ້ກຳລັງທະຫານໂຈມຕີຊີເຣຍ
ເພື່ອເປັນການເປີດໂອກາດໃຫ້ຣັດເຊຍແລະສາກົນດຳເນີນຊອ່ງທາງໃນການແກ້ໄຂບັນຫາຊີເຣຍໂດຍສັນຕິ.
ສ່ວນ ເຄີຣີລັດຖະມົນຕີວ່າການຕ່າງປະເທດຂອງອາເມຣິກາຈະເດີນທາງເຂົ້າພົບລັດຖະມົນຕີຕ່າງປະເທດຣັດເຊຍໃນວັນທີ 12-13ນີ້ເພື່ອໂອ້ລົມແລະຫາລືໃນການນຳທຳລາຍອາວຸດເຄມີດັ່ງກ່າວ.
 

No comments:

Post a Comment

SpicyTricks

Post Top Ad