ບ່ໍຄຳເຊໂປນຊ່ວຍບັນ ເທົາທຸກຈາກໄພນ້ຳຖ້ວມດ້ວຍການຈ່າຍ​ເງິນ​ລ່ວງ​ໜ້າ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

29.12.11

ບ່ໍຄຳເຊໂປນຊ່ວຍບັນ ເທົາທຸກຈາກໄພນ້ຳຖ້ວມດ້ວຍການຈ່າຍ​ເງິນ​ລ່ວງ​ໜ້າ


ບ່ໍຄຳເຊໂປນຊ່ວຍບັນ ເທົາທຸກຈາກໄພນ້ຳຖ້ວມດ້ວຍການຈ່າຍ​ເງິນ​ລ່ວງ​ໜ້າ
*(ຂປລ): ບໍລິສັດ ເອັມເອັມຈີ ລາ້ນຊ້າງມີເນໂລນ ເຊໂປນ ໄດ້ມອບແຊັກເງິນຈາໍນວນ 30 ລາ້ນໂດລາສະຫະລັດໃຫ້ແກ່ລັດຖະບານລາວ ໃນວັນທີ 28 ເດືອນ ພະຈິກ ຕາມການຮອ້ງຂໍໍໃຫ້ຊວ່ຍຈາ່ຍອາກອນລວ່ງໜາ້. ການຈາ່ຍອາກອນລວ່ງໜາ້ດັ່ງກາ່ວນີ້ຈະເຮັດໃຫ້ລັດຖະບານສາມາດ ບໍລິຫານການເງິນສະ ດວກຂຶ້ນເພ່ືອຊວ່ຍບັນເທົາທຸກໃຫ້ແກ່ຫຼຼາຍເຂດແຂວງທ່ີປະສົບໄພນາໍ້ຖວ້ມຢາ່ງຮາ້ຍແຮງໃນໄລຍະບ່ໍດົນມານີ້. ລັດຖະບານປະເມີນມູນຄ່າຂອງການເສຍ ຫາຍຈາກໄພ ນາໍ້ຖວ້ມໃນຄັ້ງນີ້ເທ່ົາກັບປະມານ 140 ລາ້ນໂດລາສະຫະລັດ. ການຈາ່ຍອາກອນລວ່ງໜາ້ໃນຄັ້ງນີ້ແມ່ນສວ່ນໜ່ຶງຂອງຈາໍນວນ ອາກອນກາໍໄລ ທັງໝົດ ທ່ີຄາດຄະເນໄວ້ ສາໍລັບປີ 2011 ທ່ີຈະຕອ້ງຈາ່ຍໃນເດືອນມີນາປີ 2012. ນອກຈາກອາກອນກາໍໄລແລ້ວ ລັດຖະບານລາວຍັງໄດ້ມີລາຍຮັບໂດຍ ກົງຈາກ ຄ່າພາກຫຼວງ, ຄາ່ສາໍປະ ທານເນື້ອທ່ີຂອງສັນຍາ ຫຼື ເຂດຂຸດຄົ້ນ, ອາກອນເງິນເດືອນພະນັກງານ ແລະ ເງິນປັນຜົນ ຈາກການຖືຮຸ້ນ 10% ນາໍບ່ໍຄາໍ ເຊໂປນ. ນອກຈາກບ່ໍຄໍາເຊໂປນໄດ້ສ້າງລາຍໄດ້ໂດຍກົງໃຫ້ແກ່ລັດຖະບານລາວ ໄດ້ຫລາຍກວ່າ 600 ລາ້ນໂດລາສະຫະລັດ ແລ້ວນັບຕັ້ງແຕ່່ໂຄງການໄດ້້ ເລ່ີມຕົ້ນການ ຜະລິດເປັນຕົ້ນມາ.
ໃນຫວາ່ງບ່ໍດົນມານີ້ ຫົວໜ້າຄະນະ ຜູ້ບໍລິຫານຂອງບໍລິສັດເອັມເອັມຈີ ທ່ານ ເອັນດຣູມິເຊວມໍ໌ຣ (Andrew Michelmore) ໄດ້ມາຢຽ້ມຢາມ ສປປ ລາວ ແລະ ໄດ້ໃຫ້ການສະໜັບສະໜູນ ໃນນາມ ຂອງ ບໍລິສັດແກ່ບັນດາຜູ້ທີ່ໄດ້ຮ້ບຜົນ ກະທົບ ຈາກໄພນາໍ້ຖວ້ມ. ທາ່ນ ເອັນດຣ ູ ມິ​ເຊວມໍ໌ຮ ໄດເ້ຂົ້າພົບ ທາ່ນ ສຸລິວົງ ດາຣາວົງ ລັດຖະມົນຕີວ່າ ການກະຊວງພະລັງງານ ແລະ ບ່ໍແຮ່ໃນໄລຍະການມາຢ້ຽມຢາມ ສປປ ລາວ ຂອງທາ່ນໃນຄັ້ງນີ້.”ຂາ້ພະເຈົ້າຮູ້ສຶກຕົກໃຈຕ່ໍສະພາບ ໜັກໜວ່ງຂອງຜົນກະທົບ ຈາກໄພນາໍ້ຖວ້ມ” ທາ່ນ ມິ​ເຊວມໍ໌ຣ ໄດ້ກ່າວ​ວ່າ:“ໄພນາໍ້ຖວ້ມຍັງ ໄດ້ສົ່ງຜົນກະທົບ ຕ່ໍບັນດາຊຸມຊົນທີ່ ຢູ່​ໃກ້ບໍ່ໍຄາໍເຊໂປນນາໍອິກ. ນອກ ຈາກການຈາ່ຍອາກອນລວ່ງໜາ້ ນີ້​ແລ້ວ ພວກເຮົາຍັງໄດ້ບໍລິຈາກເງິນ ແລະ ໃຫ້ການຊວ່ຍເຫຼືອອື່ນໆ ເປັນຈາໍນວນທັງໝົດ ຫຼາຍກວ່າ 100,000 ໂດລາ ສະຫະລັດ ເພ່ືອ ຊວ່ຍບັນ ເທົາທຸກ ຈາກໄພນາໍ້ຖວ້ມໂດຍຜາ່ນອາໍນາດການປົກຄອງຢູ່ ນະຄອນຫຼວງວຽງ ຈັນ, ສະຫວັນນະເຂດ ແລະ ເມືອງວິລະບູລີ” ທາ່ນ ມິ​ເິຊວມໍ໌ຣ ໄດ້ກ່າວເພີ້ມເຕີມ .

No comments:

Post a Comment

SpicyTricks

Post Top Ad