ມອບ-ຮັບເຮືອບິນອາຍພົນ A320 - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

9.11.11

ມອບ-ຮັບເຮືອບິນອາຍພົນ A320


ມອບ-ຮັບເຮືອບິນອາຍພົນ A320
ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ຈັດ​ພິ­ທີ​ມອບ-ຮັບ​ເຮືອ­ບິນ AirBus A320 ໃນ​ວັນ​ທີ 8 ພະ­ຈິກ 2011 ທີ່​ສະ­ໜາມ​ບິນ​ວັດ​ໄຕ ໂດຍ​ການ​ມອບ​ຂອງ​ທ່ານ ຟຼັງ​ຊົວ ລາ​ວາ​ລ ປະ­ທານ​ຜູ້​ອາ­ວຸ­ໂສ​ບໍ­ລິ­ສັດ​ຜະ­ລິດ​ເຮືອ­ບິນ AirBus ແລະ ຮັບ​ໂດຍ​ທ່ານ ດຣ.ສົມ​ພອນ ດວງ​ດາ­ລາ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ເຂົ້າ​ຮ່ວມ​ໃນ​ພິ­ທີ​ຄັ້ງ​ນີ້​ມີ​ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ໂຍ­ທາ​ທິ​ການ-ຂົນ­ສົ່ງ ທ່ານ ເທຍ​ຣີ ມາ​ເຣຍ​ນີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ຂົນ­ສົ່ງ ແຫ່ງ ສາ­ທາ­ລະ­ນະ​ລັດ​ຝຣັ່ງ ທ່ານ ຟຼັງ​ຊົວ ເຊ​ເນ​ໂມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ­ເທດ​ຝຣັ່ງ ປະ­ຈຳ ສປປ ລາວ ພ້ອມ​ພາກ­ສ່ວນ​ກ່ຽວ­ຂ້ອງ.

ທ່ານ ດຣ.ສົມ​ພອນ ດວງ​ດາ­ລາ ໄດ້​ກ່າວ​ໃນ​ພິ­ທີ​ວ່າ: ການ​ນຳ​ເອົາ​ເຮືອ­ບິນ​ອາຍ​ພົນ​ເຂົ້າ​ມາ​ໃນ​ຄັ້ງ​ນີ້ ແມ່ນ​ໂຄງ­ການ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ແຜນ​ພັດ­ທະ­ນາ​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ແຕ່​ນີ້​ຮອດ​ປີ 2020 ຊຶ່ງ​ເປັນ​ໂຄງ­ການ​ທີ່​ສຳ­ຄັນ ແລະ ມີ​ຄວາມ​ຈຳ­ເປັນ​ທາງ​ດ້ານ​ເຕັກ­ນິກ-ເຕັກ​ໂນ​ໂລ​ຊີ ເພື່ອ​ສະ­ໜັບ­ສະ­ໜູນ​ການ​ຂະ­ຫຍາຍ­ຕົວ​ທາງ​ດ້ານ​ທຸ­ລະ​ກິດ ເພື່ອ​ໃຫ້​ໄດ້​ມາດ­ຕະ­ຖານ​ສາ­ກົນ ທຽບ​ເທົ່າ​ກັບ​ສາຍ​ການ­ບິນ​ນາໆຊາດ ເພື່ອ​ສາ­ມາດ​ເຂົ້າ​ເປັນ​ສະ­ມາ­ຊິກ​ຂອງ​ກຸ່ມ​ພັນ­ທະ​ມິດ ແລະ ກຽມ­ພ້ອມ​ການ​ເປີດ​ນ່ານ​ຟ້າ​ເສລີ​ໃນ​ອະ­ນາ­ຄົດ​ອັນ​ມໍ່ໆ​ນີ້ ນອກ­ຈາກ​ເຮືອ­ບິນ AirBus A320 ແລ້ວ ຍັງ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ພັດ­ທະ­ນາ​ຫຼາຍໆ​ດ້ານ​ພ້ອມ​ກັນ ການ​ພັດ­ທະ­ນາ​ບຸກ​ຄະ­ລາ​ກອນ ເຊັ່ນ: ນັກ​ບິນ ນາຍ​ຊ່າງ ແລະ ວິ­ຊາ​ການ ອື່ນໆ ທີ່​ຕິດ​ພັນ​ກັບ​ການ​ປະ­ຕິ­ບັດ​ການ­ບິນ ໃຫ້​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ ພ້ອມ​ນັ້ນ​ຍັງ​ມີ​ແຜນ​ບຳ­ລຸງ​ຮັກ­ສາ​ເຮືອ­ບິນ​ທີ່​ໄດ້​ມາດ­ຕະ­ຖານ ຈັດ​ສາງ​ອາ​ໄຫຼ່​ໃຫ້​ເຂົ້າ​ໃນ​ລະ­ບົບ​ນຳ​ໃຊ້ Program ແລະ Software ຕ່າງໆ ເຂົ້າ​ໃນ​ວຽກ​ງານ​ເພື່ອ​ເຮັດ​ໃຫ້­ການ​ປະ­ຕິ­ບັດ​ການ­ບິນ​ບັນ­ລຸ​ເປົ້າ​ໝາຍ ແລະ ມີ​ຄວາມ​ປອດ​ໄພ ນອກ​ນັ້ນ​ທາງ​ພວກ​ເຮົາ​ຍັງ​ຈະ​ມີ​ວິ­ຊາ​ການ​ຕ່າງ­ປະ­ເທດ ຄື ນັກ​ບິນ ວິ­ສະ­ວະ­ກອນ ນາຍ​ຊ່າງ ແລະ ຫົວ­ໜ້າ​ການ​ຕະ­ຫຼາດ ເຂົ້າ​ມາ​ຊ່ວຍ​ປັບ­ປຸງ​ວຽກ​ງານ ແລະ ຍັງ​ມີ​ຊ່ຽວ­ຊານ​ຈາກ​ບໍ­ລິ­ສັດ AirBus ປະ­ເທດ​ຝຣັ່ງ ມາ​ປະ­ຈຳ​ຢູ່ ສປປ ລາວ ເພື່ອ​ຕິດ­ຕາມ​ສ້ອມ­ແປງ ແລະ ບຳ­ລຸງ​ຮັກ­ສາ​ເປັນ​ເວ­ລາ 3 ປີ.

ທ່ານ ຟຼັງ​ຊົວ ລາ​ວາ​ລ ໄດ້​ກ່າວ​ວ່າ: AirBus A320 ເປັນ​ເຮືອ­ບິນ​ທີ່​ທັນ​ສະ­ໄໝ​ທີ່​ສຸດ ສຳ­ລັບ​ຕະ­ຫຼາດ​ການ­ບິນ​ທີ່​ໃຊ້​ເຮືອ­ບິນ​ຂະ­ໜາດ​ກາງ ອັນ​ໄດ້​ກາຍ­ເປັນ​ທາງ​ເລືອກ​ຂອງ​ບັນ­ດາ​ສາຍ​ການ­ບິນ​ໃນ​ທົ່ວ​ໂລກ ລວມ​ທັງ​ສາຍ​ການ­ບິນ​ທີ່​ໃຫ້­ການ​ບໍ­ລິ­ການ​ແບບ​ຄົບ​ຊຸດ ແລະ ສາຍ​ການ­ບິນ​ຕົ້ນ​ທຶນ​ຕ່ຳ ປັດ­ຈຸ­ບັນ​ມີ​ລູກ​ຄ້າ ກໍ​ຄື​ບໍ­ລິ­ສັດ​ທີ່​ນຳ​ໃຊ້​ເຮືອ­ບິນ​ລຸ້ນ​ຕ່າງໆ​ໃນ​ຕະ­ກຸນ​ນີ້ ຫຼາຍ​ກ່ວ​າ 330 ບໍ­ລິ­ສັດ ແລະ ໄດ້​ຂາຍ​ໄປ​ແລ້ວ​ຫຼາຍ​ກ່ວ​າ 7.900 ລຳ ແລະ ເຮືອ­ບິນ A320 ເປັນ​ເຮືອ­ບິນ​ທີ່​ຂາຍ​ດີ​ທີ່​ສຸດ​ອີກ​ປະ­ເພດ​ໜຶ່ງ.

ທ່ານ ຟຼັງ​ຊົວ ລາ​ວາ​ລ ກ່າວ​ຕື່ມ​ວ່າ: ການ­ບິນ​ລາວ ໄດ້​ເຂົ້າ​ຮ່ວມ​ຢູ່​ໃນ​ວົງ​ຄະ­ນາ​ຍາດ​ແບບ​ຄົບ​ຊຸດ​ຂອງ​ຜູ້­ນຳ​ໃຊ້​ເຮືອ­ບິນ ໂດຍ​ສະ­ໜອງ​ສິ່ງ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້­ໂດຍ­ສານ​ຂອງ​ຕົນ​ເອງ ພວກ​ຂ້າ­ພະ­ເຈົ້າ​ເຊື່ອ​ໝັ້ນ​ວ່າ ເຮືອ­ບິນ A320 ຈະ​ຊ່ວຍ​ໃຫ້­ການ​ບິນ​ລາວ​ພັດ­ທະ­ນາ​ຕົນ​ເອງ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ດ້ວຍ​ການ​ບໍ­ລິ­ການ​ທີ່​ມີ​ຄຸນ​ນະ​ພາບ​ສູງ ຄົບ​ວົງ​ຈອນ ກ້າວ​ຂຶ້ນ​ຢູ່​ໃນ​ສາຍ​ການ­ບິນ​ທີ່​ດີ​ໃນ​ຂົງ­ເຂດ.

No comments:

Post a Comment

SpicyTricks

Post Top Ad