7.10.20

NASA ຈະໃຊ້ເງິນ 14 ລ້ານໂດລາ ສຳລັບ ເທັກໂນໂລຊີທີ່ພັກເທິງອາວະກາດແບບ 3D PRINTING

 NASA ຈະໃຊ້ເງິນ 14 ລ້ານໂດລາ ສຳລັບ ເທັກໂນໂລຊີທີ່ພັກເທິງອາວະກາດແບບ 3D PRINTING

 ບໍລິສັດແນວໜ້າທາງເຕັກໂນໂລຊີ ICON ທີ່ຢູ່ໃນສະຫະລັດ ໄດ້ເຊັນສັນຍາກັບ  ນາຊາ 14 ລ້ານໂດລາໃນການພັດທະນາ ລະບົບການກໍ່ສ້າງທີ່ອີງໃສ່ 3D-printing ທີ່ຮຽກວ່າ “Project Olympus” ສຳລັບດວງເດືອນ.

ການສະໜອງທຶນຂອງ ນາຊາ ຍັງລວມທັງ ສັນຍາ ການວິໄຈທາງການປະດິດສ້າງສຳລັບທຸລະກິດຂະໜາດນ້ອຍ ຜ່ານທາງ ກອງທັບອາກາດ ເພື່ອສ້າງ ຖານທັບທີ່ດວງເດືອນທີ່ສາມາດສະໜັບສະໜູນ ການເດີນທາງໄປ ດວງເດືອນໃນອະນາຄົດ.

ທ່ານ ເຈສຊັນ ຜູ້ກໍ່ຕັ້ງຮ່ວມ ICON ກ່າວວ່າ: "ການສ້າງເຮືອນຫລັງທຳອິດຂອງມະນຸດບົນໂລກໃບໃໝ່ຈະເປັນ ໂຄງການກໍ່ສ້າງທີ່ຖະເຍີຖະຍານໃນປະຫວັດສາດຂອງມວນມະນຸດ ແລະ ຈະ ຊຸກຍຸ້ ວິສະວະກຳ, ເທັກໂນໂລຊີ ແລະ ສະຖາບັດຕະຍະກຳໃນລະດັບທີ່ສູງຂຶ້ນ.



No comments:

Post a Comment