16.9.20

WHO ກ່າວຢາວັກຊີນໂຄໂຣນາໄວຣັສຈະບໍ່ພຽງພໍ ຈົນຮອດປີ 2022

 ນັກວິທະຍາສາດຈາກອົງການອະນາໄມໂລກ ຄາດການວ່າ ປີໜ້າຍັງຈະຕ້ອງໃຊ້ມາດຕະການໄລຍະຫ່າງ ແລະ ສວມໃສ່ໜ້າກາກປິດປາກເພື່ອປ້ອງກັນໂຄວິດ.

 

 

ນາງ Soumya Swaminathan ຜູ້ລິເລີ່ມ Covax  ຂອງອົງກອນ ອະນາໄມໂລກກ່າວວ່າ ຢາວັກຊິນຈະບໍ່ພຽງພໍເພື່ອໃຫ້ຊີວິດກັບຄືນມາເປັນປົກກະຕິ ຈົນກວ່າ ປີ 2022.

ການສະໜອງຢາວັກຊີນໃຫ້ປະເທດທົ່ວໂລກ ແມ່ນສາມາດບັນລຸປະມານ ຮ້ອຍລ້ານໂດສ ໃນລະຫວ່າງກາງປີໜ້າ

ຈຳນວນໂດສຈະມີຂະໜາດນ້ອຍເກີນໄປ ເພື່ອປ່ຽນແປງ ຄວາມຈຳເປັນສຳລັບ ການຮັກສາໄລຍະຫ່າງ ແລະ ສວມໃສ່ຜ້າປິດປາກ ຈົນກວ່າ ການຜະລິດຢາວັກຊີນຈະເພີ່ມຂຶ້ນ ແລະ ຮອດຈຳນວນປະຊາກອນ 2 ຕື້ ໃນທ້າຍປີ 2021. 

ນາງກ່າວ ພາບທີ່ຜູ້ຄົນວາດໄວ້ຄື ຈະມີຢາວັກຊີນໃນເດືອນມັງກອນໃນທົ່ວໂລກ ແລະ ຊີວິດຈະກັບຄືນມາປົກກະຕິ, ມັນຈະບໍ່ເປັນແນວນີ້ເທື່ອ.

 




ການປະເມີນທີ່ດີສຸດຂອງພວກເຮົາ ສຳລັບການເປີດຕົວຢາວັກຊີນ ແມ່ນ ກາງປີ 2021 ເພາະວ່າຕົ້ນປີໜ້າ ທ່ານຈະເລີ່ມເຫັນຜົນຂອງບາງການທົດລອງຢາວັກຊີນ.

 

ແຫລ່ງ:https://www.scmp.com/news/china/science/article/3101709/there-wont-be-enough-coronavirus-vaccines-return-normal-life

 


No comments:

Post a Comment