25.9.20

ຕຳຫລວດຫວຽດນາມຍຶດຖົງຢາງອະນາໄມທີ່ໃຊ້ແລ້ວຫລາຍກວ່າ 300,000 ຊິ້ນ ເຊິ່ງກຳລັງນຳມາຂາຍຄືນໃໝ່

 ຕຳຫລວດຫວຽດນາມເຂົ້າຈັບກຸມ ແລະ ພົບ ຖົງຢາງອະນາໄມມືສອງ ກຳລັງ

ຖືກທຳຄວາມສະອາດ ແລະ ນຳຂາຍຄືນໃໝ່ ຈຳນວນ ຫລາຍກວ່າ ສາມແສນອັນ.

ອີງຕາມການລາຍງານຂ່າວທ້ອງຖິ່ນ ໃນວັນພະຫັດ.

ຄະນະກວດກາ ການຕະຫລາດໃນແຂວງ Binh Duong  ໄດ້ບຸກເຂົ້າໃນໂຮງງານ ໃກ້ໆກັບເມືອງ ໂຮຈິມິນ, ບ່ອນທີ່ພວກເຂົາພົບເຫັນ ຖົງຢາງອະນາໄມມືສອງກຳລັງຖືກຫໍ່ຄືນໃໝ່ເພື່ອຂາຍໃນຕະຫລາດ. ເຈົ້າຂອງໂຮງງານດັ່ງກ່າວ ແມ່ນ ຜູ້ຍິງ 34 ປີ, ຍອມຮັບວ່າ ໄດ້ຊື້ ຖົງຢາງຈາກ ຄົນອື່ນ, ຫລັງຈາກຊື້ມາແລ້ວ ກໍທຳຄວາມສະອາດ, ຈັດຮູບຊົງຄືນ ແລະ ຫໍ່ດ້ວຍຖົງຢາງ.

ຍັງ ບໍ່ຊາບແນ່ນອນວ່າ ຖົງຢາງອະນາໄມນັ້ນໄດ້ຂາຍອອກແລ້ວ ຈຳນວນເທົ່າໃດ ອີງຕາມ ຣອຍເຕີ້.



No comments:

Post a Comment