ຕຳຫລວດຫວຽດນາມຍຶດຖົງຢາງອະນາໄມທີ່ໃຊ້ແລ້ວຫລາຍກວ່າ 300,000 ຊິ້ນ ເຊິ່ງກຳລັງນຳມາຂາຍຄືນໃໝ່ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

25.9.20

ຕຳຫລວດຫວຽດນາມຍຶດຖົງຢາງອະນາໄມທີ່ໃຊ້ແລ້ວຫລາຍກວ່າ 300,000 ຊິ້ນ ເຊິ່ງກຳລັງນຳມາຂາຍຄືນໃໝ່

 ຕຳຫລວດຫວຽດນາມເຂົ້າຈັບກຸມ ແລະ ພົບ ຖົງຢາງອະນາໄມມືສອງ ກຳລັງ

ຖືກທຳຄວາມສະອາດ ແລະ ນຳຂາຍຄືນໃໝ່ ຈຳນວນ ຫລາຍກວ່າ ສາມແສນອັນ.

ອີງຕາມການລາຍງານຂ່າວທ້ອງຖິ່ນ ໃນວັນພະຫັດ.

ຄະນະກວດກາ ການຕະຫລາດໃນແຂວງ Binh Duong  ໄດ້ບຸກເຂົ້າໃນໂຮງງານ ໃກ້ໆກັບເມືອງ ໂຮຈິມິນ, ບ່ອນທີ່ພວກເຂົາພົບເຫັນ ຖົງຢາງອະນາໄມມືສອງກຳລັງຖືກຫໍ່ຄືນໃໝ່ເພື່ອຂາຍໃນຕະຫລາດ. ເຈົ້າຂອງໂຮງງານດັ່ງກ່າວ ແມ່ນ ຜູ້ຍິງ 34 ປີ, ຍອມຮັບວ່າ ໄດ້ຊື້ ຖົງຢາງຈາກ ຄົນອື່ນ, ຫລັງຈາກຊື້ມາແລ້ວ ກໍທຳຄວາມສະອາດ, ຈັດຮູບຊົງຄືນ ແລະ ຫໍ່ດ້ວຍຖົງຢາງ.

ຍັງ ບໍ່ຊາບແນ່ນອນວ່າ ຖົງຢາງອະນາໄມນັ້ນໄດ້ຂາຍອອກແລ້ວ ຈຳນວນເທົ່າໃດ ອີງຕາມ ຣອຍເຕີ້.



No comments:

Post a Comment

SpicyTricks

Post Top Ad