5G ແມ່ນຫຍັງ?
5G ແມ່ນຍຸກສະໄໝທີຫ້າ ຫຼື ເຈເນເຣຊັ່ນທີຫ້າ ຂອງເຕັກໂນໂລຊີ ເຊລລູລາ ຊຶ່ງຄາດວ່າຈະປັບປຸງຄວາມໄວ, ຂອບເຂດສັນຍານ ແລະການຕອບສະໜອງຂອງເຄືອຂ່າຍໄວເລສ ຫຼື ແບບໄຮ້ສາຍໄດ້ຢ່າງຫລວງຫລາຍ.
ຄວາມໄວທີ່ເວົ້ານັ້ນ ໄວປານໃດບໍ? ເຄືອຂ່າຍຂອງ Verizon ສະແດງໃຫ້ເຫັນຄວາມໄວ ເພີ່ມຂຶ້ນ 1 ຈີກາໄບຕ໌ ຕໍ່ ວິນາທີ.
ໝາຍວ່າມີຄວາມໄວ 10-100 ເທົ່າໄວກວ່າ ການເຊື່ອມຕໍ່ ເຊວລູລາ ທົ່ວໄປຂອງທ່ານ ແລະ ໄວກວ່າ ທຸກຢ່າງທ່ານສາມາດໄດ້ຮັບຈາກ ສາຍເຄເບິນໃຍແກ້ວນຳແສງ (fiber-optic cable) ທີ່ຕໍ່ເຂົ້າໃນເຮືອນຂອງທ່ານ. (ທ່ານຈະສາມາດດາວໂຫຼດໄຟລ໌ຂະໜາດໃຫ່ຍພາຍໃນ ສອງສາມວິນາທີ).
ໂທລະສັບ ເຄືອຂ່າຍ 5G
ໂທລະສັບ ເຄືອຂ່າຍ 5G
ໂທລະສັບ 5G ລາຄາບໍ່ແມ່ນຖືກໆ, ສ່ວນໃຫ່ຍລາຄາເກີນ $1,000 .
Huawei's Mate X. ຈະມີລາຄາປະມານ 2,300 euros ($2,600) ເມື່ອມັນວາງຂາຍ (Huawei ວາງແຜນໃນການວາງຈຳໜ່າຍກາງປີນີ້ ແຕ່ຖືກໂຈະແລະຍືດເວລາອອກໄປ).
ໃນປະເທດອັງກິດ Mate 20 X 5G. ຈະມີລາຄາປະມານ £999 (ຫລື ປະມານ $1,279 ໃນສຫລ ແລະ AU$1,856 ໃນອົດສະຕາລີ).
Verizon ເລີ່ມຈຳໜ່າຍ Galaxy S10 5G ໃນເດືອນພຶດສະພາຜ່ານມາ. ທີ່ລາຄາ $1,300 -- $300 ແພງກວ່າ Galaxy S10 Plus --
ບໍລິສັດ Samsung ກໍເລີ່ມຜະລິດ ອຸປະກອນ 5G ແຕ່ການວາງຈຳໜ່າຍຖືກໂຈະຍ້ອນວ່າບັນຫາໜ້າຈໍ ແລະ ລາຄາຍັງບໍ່ແນ່ນອນ.
LG V50 ThinQ ແມ່ນມີໃຫ້ແລ້ວ ສຳລັບ ຜູ້ໃຊ້ Sprint ດ້ວຍລາຄາ $1,152, ແລະ Verizon ກຳລັງຂາຍລາຄາ $999. ມັນຈະມີຂາຍທີ່ T-Mobile ແລະ AT&T ໃນປີນີ້ແນ່ນອນ.
ຍີ່ຫໍ້ອື່ນຈາກ Motorola/Lenovo ແລະ Xiaomi. Xiaomi's Mi Mix 3 5G ຂາຍ ລາຄາ 599 euros ($679) ເມື່ອລົງສູ່ຕະຫລາດໃນເດືອນ ພຶດສະພາ, ແລະລາຄາຖືກກວ່າ ໂທລະສັບ 4G ໃນປັດຈຸບັນ.
ແຫຼ່ງຂ່າວ cnet.com
No comments:
Post a Comment