HONG KONG —
ຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບລັດຖະບານໄທເພື່ອສ້າງທາງລົດໄຟລາງຄູ່ທີ່ມີໄລ່ຍະທາງ
542 ໄມລສ໌ຈາກໜອງຄາຍທີ່ຕິດກັບຊາຍແດນລາວເຖິງເຂດອຸດສາຫະກຳພາກຕາເວັນອອກທີ່ຕິດກັບທະເລ.
ຕາມການລາຍງານຂອງສຳນັກງານຂ່າວຣອຍເຕີຣ.
ບົດບັນທຶກຄວາມເຂົ້າໃຈໄດ້ຖືກເຊັນໃນນອກກອງປະຊຸມພາກພື້ນທີ່ດຳເນີນເປັນເວລາສອງມື້ທີ່ບາງກອກ,
ເຫັນໄດ້ວ່າຈີນໄດ້ມີອິດທິພົນແຂງແຮງຂື້ນກັບປະເທດໄທປະເທດທີ່ເຄີຍມີຄວາມສຳພັນອັນແໜ້ນແພ້ນກັບສະຫະລັດ,
ແຕ່ຄວາມສຳພັນນັ້ນໄດ້ເຢັນລົງຫລັງຈາກການລັດຖະປະຫານໃນເດືອນເມສາປີກາຍນີ້
ລັດຖະມົນຕີກະຊວງຄົມມະນາຄົມຂອງໄທ ທ່ານ ປຣາຈິນ
ຈັນທອງໃຫ້ສຳພາດກັບສຳນັກຂ່າວວ່າ:
“ຈີນຈະເປັນຝ່າຍຮັບຜິດຊອບໃນວຽກງານການກໍ່ສ້າງແລະພັດທະນາຕານ່າງທາງລົດໄຟແລະຝ່າຍໄທຈະເຂົັ່າຮ່ວມ
ໃນການກະກຽມວຽກງານພື້ນຖານສຳລັບການກໍ່ສ້າງ”.
ໃນການກະກຽມວຽກງານພື້ນຖານສຳລັບການກໍ່ສ້າງ”.
ທ່ານ ປຣາຈິນເຈົ້າໜ້າລະດັບສູງທະຫານອາກາດ
ຍັງເວົ້າວ່າ:
ຝ່າຍຈີນໄດ້ຕົກລົງເຫັນດີໂດຍຊົ່ວຄາວກັບຝ່າຍລາວໃນການສ້າງທາງລົດໄຟຈາກຄຸນມິງຜ່ານລາວ
ຊຶ່ງມີຈຸດປະສົງເພື່ອເຊື່ອມຕໍ່ກັບປະເທດໄທ.
ນອກນັ້ນ ຈີນຍັງຈະພັດທະນາເສັ້ນທາງລົດໄຟ ທີ່ມີໄລ່ຍະຄວາມຍາວ 82 ໄມລສ໌ເຊື່ອມກັບໃຈກາງຂອງແຂວງ ສະຣະບູຣີ ເຖິງ
ບາງກອກ.
ໄລ່ຍະຜ່ານມາໄກ້ໆນີ້, ໜ່ວຍສະຖາບັນອອກກົດໝາຍລັດຖະບານທະຫານໄທໄດ້ອານຸມັດຂໍ້ຕົກລົງເບື້ອງຕົ້ນກັບຝ່າຍຈີນ,
ເຮັດໃຫ້ມີມູນຄ່າ ເຖິງ $10.66 ຕື້.
ທ່ານ ມາຢາຊູ ໂຮຊູມິ ປະທານອົງການການຄ້ານອກປະເທດຢີ່ປຸນ ໃນໄທ(JETRO),
ເວົ້າວ່າ:
ຕານ່າງທາງລົດໄຟແມ່ນ “ຈຳເປັນເພື່ອເພີ່ມທະວີຕານ່າງການຜະລິດໃນພາກພື້ນ”
source:
http://www.joc.com/rail-intermodal/china-build-thai-rail-link-laos_20150101.html
No comments:
Post a Comment