ການກໍ່ສ້າງເຂື່ອນໄຊຍະບູລີຂອງລາວ - Blog ແຊຣ໌ຂ່າວສານທົ່ວໂລກ

ບົດຂ່າວທົ່ວໂລກ, ແປ ແລະ ອ້າງອີງຈາກສຳນັກຂ່າວທົ່ວໂລກ World News, Translate and Refer to News Agencies around the world

Post Top Ad

31.12.14

ການກໍ່ສ້າງເຂື່ອນໄຊຍະບູລີຂອງລາວ



 
ເຂື່ອນຕາມກຳນົດຈະສຳເລັດໃນປີ2019
ທືນກໍ່ສ້າງປະມານ 3.5ຕື້ ດອນລາຣສະຫະລັດ


ເຂື່ອນໄຊຍະບູລີກຳລັງສ້າງໃນແມ່ນ້ຳຂອງນີ້ແມ່ນໜຶ່ງໃນຍຸດທະສາດຂອງລັດຖະບານລາວ
ເພື່ອສ້າງໃຫ້ປະເທດກາຍເປັນໝໍ້ໄຟແຫ່ງອາຊີ ຕາເວັນອອກສຽ່ງໃຕ້ .
ໃນອານາຄົດ ມີແຜນການສ້າງອີກແປດເຂື່ອນລຽບຕາມແມ່ນ້ຳໃນລາວແລະຫລາຍກວ່າ
ສອງເຂື່ອນໄດ້ວາງແຜນໄວ້ໃນສ່ວນລຸ່ມຂອງແມ່ນ້ຳໃນປະເທດອື່ນໆ
ເມື່ອສຳເລັດ ເຂື່ອນໄຊຍະບູລີຈະຜະລິດພະລັງງານໄຟຟ້າສູງເຖິງ1,285 ແມັກກາວັດ
ແລະ95% ຈະຖືກສົ່ງຂາຍໃຫ້ປະເທດໄທເຊິ່ງແມ່ນຄູ່ຮ່ວມມືໃນໂຄງການສ້າງເຂື່ອນນີ້.
ນີ້ຈະສະໜອງລາຍຮັບການສົ່ງອອກໃຫ້ແກ່ ສປປລາວ, ໜຶ່ງໃນປະເທດທຸກຍາກໃນ
ອາຊີ ຕາເວັນອອກສຽ່ງໃຕ້.
ມາຮອດປະຈຸບັນ ໂຄງການຍັງມີຄວາມໂຕ້ແຍ່ງກັນຢ່າງດຸເດືອດ,
ເພາະວ່າ ຫລາຍກວ່າ 50 ລ້ານຄົນອາໃສແມ່ນ້ຳຂອງສ່ວນລຸ່ມ
ເພື່ອການປະມົງຫລືການເອົານ້ຳປູກສາລີ,
ປະເທດກຳປູ້ເຈ້ຍແລະຫວຽດນາມແມ່ນນອນຢູ່ໃນເຂດສ່ວນລຸ່ມຂອງອ່າງນ້ຳ,
ໄດ້ຕໍ່ຕ້ານໃນບັນຫາແລະເຫດຜົນດ້ານສິ່ງແວດລອ້ມ.ໃນເດືອນມີນາທີ່ຜ່ານມາ,
ອົງການສາກົນເຊັ່ນ NGOs ລວມທັງ ອົງການປົກປັກຮັກສາ WWF
ໄດ້ເຊັນຄຳຖະແຫລງການຕໍ່ຕ້ານການກໍ່ສ້າງເຂື່ອນດັ່ງກ່າວ.
ມັນຍັງມີຂໍ້ກັງວົນທີ່ວ່າການສ້າງເຂື່ອນມັນຈະປຽ່ນການໄຫລຂອງນ້າແລະຕະກອນ
ແລະອາດຈະພາໃຫ້ເປັນຜົນຮ້າຍຮຸນແຮງຕໍ່ກັບແມ່ນ້ຳຂອງແລະປະຊາຊົນຜູ່ທີ່ອາໃສ
ແມ່ນ່້າໃນການຊອກຫາອາຫານເພື່ອລຽ້ງຊີບ.
ອົງການເອັນຈີໂອ ແມ່ນ້ຳສາກົນເອີ້ນເຂື່ອນວ່າ ບັນຫາທີ່ປະກົດເຫັນເປັນລາງໆ
ເຈົ້າຂອງໂຄງການໄດ້ຕໍ່ຕ້ານການວິພາກວິຈານວ່າ ພວກເຂົາໄດ້ດັດແກ້
ການອອກແບບໃນເບື້ອງຕົ້ນເພື່ອໃຫ້ມີ
ຜົນຮ້າຍນອ້ຍລົງໃນທຸກໆຄວາມເປັນໄປໄດ້ເພື່ອປຽ່ນແປງສຳລັບການໄຫລຂອງນ້ຳ,
ແຕ່ນັກວິຈານໄດ້ສະແດງຈຸດຢືນວ່າ ການປຽ່ນແປງເຫລົ່ານັ້ນບໍ່ເຄີຍມີການທົດລອງມາກອ່ນ.
ຂ່າວຈາກ:
http://www.scidev.net/global/energy/multimedia/laos-dam-mekong-water.html

No comments:

Post a Comment

SpicyTricks

Post Top Ad