ການວິໄຈຂອງຣອຍເຕີ
ລາຍງານ: ມາລາເຣຍຈະສູງຂື້ນໃນບັນດາເຂດທີ່ອຸ່ນເນື້ອງຈາກການປຽ່ນແປງຂອງອາກາດ
ນັກວິທະຍາສາດນັກນິເວດວິທະຍາຂອງ
ມຫລ ມິຊີການແລະທີມງານຂອງພວກເຂົາລາຍງານວ່າ:
ພະຍາດໄຂ້ຍຸງທີ່ຕິດເຊື້ອຄົນທົ່ວໂລກຫລາຍກວ່າສາມຮອ້ຍລ້ານຄົນທຸກໆປີໄດ້ພົ້ງຂື້ນຈຸດສູງໃນເຂດອາກາດອຸ່ນຂອງປີແລະຕົວເລກຫລຸດລົງໃນເຂດອາກາດໜາວ.
ສຳນັກງານຂ່າວຝຣັ່ງລາຍງານ:
ແນວໂນ້ມນີ້ຈະເພີ້ມຈຳນວນຜູ້ປວ່ຍຈາກເຊື້ອພະຍາດນີ້
ການວິໄຈຂອງພວກເຂົາແມ່ນອິງຕາມການວິເຄາະຂໍ້ມູນຈາກເຂດພູດອຍຂອງເອທີໂອເພຍແລະປະເທດໂຄໂລມເບຍ,
ເຊິ່ງມັນໄດ້ແນະນຳວ່າການປຽ່ນແປງອາກາດໃນອານາຄົດຈະມີຜົນອັນສຳຄັນໃນການເພິ້ມຂື້ນຂອງພະຍາດມາລາເຣຍໃນເຂດແອອັດຂອງອາຝຣິກາແລະອາເມລິກາໃຕ້
ເຫວັ້ນແຕ່ການຄວບຄຸມພະຍາດແລະຄວບຄຸມການແພ່ລາມນັ້ນໄດຮັບການຊຸກຍູ້ແລະສະໜັບສະໜູນຢ່າງແທ້ຈິງ.
ນັກວິທະຍາສາດ
Mercedes Pascual ຈາກ
ມຫລ ມີຊີການ ເວົ້າວ່າ:(( ພວກເຮົາໄດ້ເຫັນການຂະຫຍາຍຕົວຂອງມາລາເຣຍສູງຂື້ນໃນເຂດອົບອຸ່ນຂອງປີ,ເຊິ່ງເປັນສັນຍານອັນຊັດເຈນທີ່ໃຫ້ຄຳຕອບວ່າ
ມາລາເຣຍໃນເຂດສູງແມ່ນປຽ່ນແປງໄປຕາມສະພາບອາກາດ.
ສຳລັບງານວິໃຈ
ທ່ານ pascual ແລະເພື່ອນຮ່ວມງານຂອງລາວໄດ້ຊອກຫາຫລັກຖານຂອງການປຽ່ນແປງການແພ່ລາມຂອງມາລາເຣຍກັບການປຽ່ນອຸນາພູມໃນເຂດພູສູງໃນປເທດເອທິໂອເພຍແລະໂຄໂລມເບຍ.
ພວກເຂົາໄດ້ວິໃຈທົດລອງກໍລະນີມາລາເຣຍທີ່ບັນທຶກຈາກເຂດອານທິໂອຄີອາຂອງພາກຕາເວັນຕົກຂອງໂຄໂລມເບຍຈາກປີ
1990 ຫາ2005 ແລະຈາກເຂດ Debre Zeitໃນພາກກາງຂອງເອທິໂອເພຍຈາກປີ1993ຫາ2005
ພວກເຂົາເອົາໃຈໃສ່ພຽງແຕ່ຜົນສະທອ້ນຈາກການປຽ່ນແປງອຸນາພູມໃນແຕ່ລະປີໃນເຂດສູງແລະບໍ່ນັບຕົວປຽ່ນອື່ນທີ່ສາມາດສົ່ງຜົນກະທົບຕໍ່ຈຳນວນຜູ່ປວ່ຍມາລາເຣຍ
ດັ່ງເຊັ່ນ:ວຽກງານຄວບຄຸມຍຸງ,ຕ້ານທານຕໍ່ຢາຕ້ານມາລາເຣຍແລະການຜັນແປໃນຈຳນວນນ້ຳຝົນ.
ທ່ານPascual ເວົ້າຕື່ມອີກວ່າ:ເນື້ອງຈາກອຸນາພູມອຸ່ນ,
ຈຳນວນຄົນໃນເຂດພູສູງຈະໄດ້ຮັບເຊື້ອພະຍາດນີ້ຫລາຍຂື້ນ.
ປະຊາຊົນທີ່ອາໃສໃນເຂດນີ້ບໍ່ມີວັກຊີນປອ້ງກັນພະຍາດ
Menno Bouma ອາຈານໃນມຫລ ທີ່ລອນດອນເວົ້າວ່າ:
,ພວກເຂົາຈະໄດ້ຮັບເຊື້ອພະຍາດທີ່ຮ້າຍແຮງກວ່າເກົ່າແລະອັນຕະລາຍກວ່າເກົ່າ
ຂ່າວຍັງລາຍງານວ່າ:
ຈາກການວິໄຈໄລ່ຍະຜ່ານມາ
ນັກວິໄຈຄາດຄະເນວ່າການເພີ້ມຂື້ນຂອງອຸນາພູມໜຶ່ງອົງສາເຊລຊີສຈະເປັນຜົນໃຫ້ສາມລ້ານຄົນຕິດເຊື້ອພະຍາດມາລາເລໃນເອທິໂອເພຍທຸກໆປີ,ໂດຍສະເພາະພົນລະເມືອງທີ່ມີອາຍຸນອ້ຍກວ່າສິບຫ້າປີ;ເວັ້ນແຕ່ຈະມີມາດຕະການທີ່ມີປະສິດທິພາບໃນການຄວບຄຸມ.
http://www.universityherald.com/articles/7978/20140306/warmer-temperatures-could-mean-more-malaria.htm
No comments:
Post a Comment