ບົດລາຍງານຂອງງານວິໃຈສິ່ງແວດລອ້ມໄດ້ພົບວ່າການເພີ້ມຂື້ນຂອງລະດັບນ້າທະເລ
ຍອ້ນການປຽ່ນແປງສະພາບອາກາດ
ນັ້ນຈະສົ່ງຜົນກະທົບຕໍ່ສະຖານທີ່ທີ່ເປັນມໍລະດົກໂລກໃນທົ່ວໂລກລວມເຖິງຮູບປັ້ນສັນຕິພາບໃນນິວຢອກ;ຫໍໂທເວີໃນລອນດອນຫລືຫໍລຳເລື້ອງໃນຊີດນີ
,ອອສເຕຼເລຍ.
ນັກວິທະຍາສາດ Ben Marzeion ເວົ້າວ່າ: ການເພີ້ມຂື້ນຂອງນຳ້ເຖິ່ງວ່າເປັນລະດັບທີ່ຕ່ຳແລະຄອ່ຍໆ
ແຕ່ມັນຈະຕໍ່ເນື່ອງໃນເວລາຍາວນານ
ແລະມັນຈະສົ່ງຜົນກະທົບຕໍ່ສະຖານທີ່ວັດທະນະທຳທີ່ເປັນມໍລະດົກໂລກໃນທົ່ວໂລກ.
ນັກວິທະຍາສາດ Marzeion ແລະAnders Leverman ຈາກສະຖາບັນການຄົ້ນຄວ້າຜົນກະທົບຂອງສະພາບອາກາດໃນເຢຍລະມັນເວົ້າວ່າ
: ພວກເຂົາໄດ້ຄິດໄລ່ແລ້ວ ຄວາມເປັນໄປໄດ້ຂອງການເພິ້ມຂື້ນທຸກໆອຸນາພູມຂອງໂລກຮອ້ນແລະຢັ້ງຢືນວ່າເຂດມໍລະດົກໂລກຂອງ
ຢູເນສໂກ ຈະມີຄວາມສຽ່້ງສູງຕໍ່ຜົນກະທົບໃນອານາຄົດ.
ນອກນັ້ນ
ພວກເຂົາຈະເອົາໃຈໃສ່ສະເພາະໃນວຽກງານການຄົ້ນຄວ່້າຜົນກະທົບຂອງສະພາບອາກາດປຽ່ນຕໍ່ມໍລະດົກໂລກວ່າມັນອາດຈະກະທົບແນວໃດ.
ນັກຄົ້ນຄ້ວາພົບວ່າອຸນາພູມທົ່ວໂລກເພີ່ມຂື້ນສະເລ່ຍ
1 ອົງສາເຊລຊູສ
40 ສະຖານທີ່ຂອງສະຖານທີ່ມໍລະດົກໂລກຈະຖືກນ້ຳພັດໄປໃນສອງພັນປີຂ້າງໜ້າ.
Marzeion
ໄດ້ເວົ້າວ່າ
ສະຖານທີ່ 136 ແຫ່ງຈະຢູ່ພື້ນທະເລຖ້າບໍ່ມີມາດຕະການໃນການປອ້ງກັນ
ຄວາມຈິງແລ້ວ,ຄື້ນຫຍັກແລະພະຍຸຈະຖະລົ້ມສະຖານທີ່ພວກນີ້ບໍ່ຈຳເປັນຕອ້ງລໍຖ້າເຖິງພັນປີເຊິ່ງເປັນວຽກງານທີ່ຈະຕອ້ງຄົ້ນຄວ້າຕໍ່ໄປ.
ທີມງານຄົ້ນຄ້ວາເວົ້າວ່ານັກວິທະຍາສາດຕອ້ງເລີ້ມໃນການພິຈາລະນາແລະຄົ້ນຄ້ວາໃນອັດຕາການເພີ້ມສູງຂອງລະດັບນ້າທະເລໃນພາກພື້ນທີ່ແຕກຕ່າງກັນ.
No comments:
Post a Comment