26.2.14

ລາວຈະມີແຜນທີພູມສາດທີ່ເປັນດີຈີໂຕ






ອີງຕາມການລາຍງານຂອງວຽງຈັນທາມສໃນວັນພຸດນີ້,ລາວຈະຜະລິດແຜນທີ່ພູມມີປະເທດທີ່ເປັນດີຈີໂຕທີ່ໃຫ່ຍສຸດທີ່ເຄີຍມີເຊິ່ງໄດ້ຮັບການສະໜັບສະໜູນຈາກສາທາລະນະລັດເກົາຫລີ

ແຜນທີ່ຈະກວມເອົາ4,600 ເຮັກຕາຂອງນະຄອນຫລວງ,ກວມລວມເອົາສີ່ຕົວເມືອງໃນນະຄອນຫລວງວຽງຈັນ. ທືນການສ້າງສຳລັບໂຄງການຈະໄດ້ຮັບການສະໜັບສະໜູນຈາກສຳນັກງານການຮ່ວມມືສາກົນເກົາຫຼີ (KOICA)

ໂຄງການນີ້ຈະດຳເນີນສາມປີ ມີຈຸດປະສົງເພື່ອສະໜອງຂໍ້ມູນທາງດ້ານພູມສາດທີ່ຈະສາມາດນຳໃຊ້ເຂົ້າໃນການກໍ່ສ້າງເຂດເມືອງໃໝ່ໃນນະຄອນຫລວງວຽງຈັນແລະເສີມກຳລັງຄວາມສາມາດໃນການສຳຫລວດແລະລົງແຜນທີຂອງພາກສ່ວນທີ່ກຽ່ວຂອ້ງ.

ຕົວແທນຂອງສອງຝ່າຍຄືຝ່າຍສຳຫລວດຂອງເກົາຫລີແລະຝ່າຍລາວໄດ້ເຊັນສັນຍາໃນກຳແພງນະຄອນວຽງຈັນ.

ສອງຝ່າຍຈະຮ່ວມມືກັນເຮັດໃຫ້ໂຄງການນີ້ສຳເລັດຜົນ. KOICA ຈະສະໜອງຄວາມຊ່ວຍເຫລືອໃນການເຝີກອົບໂຮມສຳລັບໂຄງການນີ້ແລະຈະສະໜອງອຸປະກອນຕ່າງໆເຊັ່ນຊອບແວຣແລະອື່ນໆ.

ໃນຂະນະທີ່ດຳເນີນການແລະຊີ້ນຳໃນການສ້າງໂຄງການນີ້ ການບໍລິຫານຄຸ້ມຄອງ,ການນຳໃຊ້ແຜນທີດີຈີໂຕນີ້ຈະຖືກພັດທະນາແລະອອກຮ່າງ.
 koica ຈະຊ່ວຍເຫລືອລາວໃນການພັດທະນາກົດລະບຽບໃນການຄຸ້ມຄອງແຜນທີນີ້ກໍຄືຄວາມສາມາດໃນການສ້າງໄປສູ່ລະດັບທີ່ສາມາດຄຸ້ມຄອງໄດ້ເອງ.

ນັບແຕ່ປີ2010 ສາທາລະນະລັດເກົາຫລີໄດ້ໃຫ້ການຊ່ວຍເຫລືອລາວຈາກ8ຫາ 12 ລ້ານດອນລາໃນແຕ່ລະປີ. ໂຄງການຂອງເກົາຫລີໃນລາວນອນໃນຂະແໜງການສືກສາ,ສຸຂະພາບແລະການພັດທະນາຕ່າງໆ.

 ສາທາລະນະລັດເກົາຫລີໄດ້ໃຫ້ການຊ່ວຍເຫລືອລາວຫລາຍກວ່າ132 ລ້ານດອນລາໃນການໃຫ້ກູ້ຢືມນັບແຕ່ປີ 2005.
http://www.globaltimes.cn/content/844882.shtml

No comments:

Post a Comment