#vientianemai
ທ່ານພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ
ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຜູ້ຊີ້ນຳວຽກງານໄປສະນີ
ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ
ໂອ້ລົມກອງປະຊຸມວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ປະຈຳປີ
2013 ແລະ ກອງປະຊຸມວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ (ICT)
ໃນຕອນບ່າຍວັນທີ 18 ກຸມພາ 2014
ຢູ່ທີ່ສູນການຮ່ວມມືສາກົນລາວ-ຍີ່ປຸ່ນ (ຫຼັກ 5) ນະຄອນຫຼວງວຽງຈັນ
ເຊິ່ງທ່ານໄດ້ເນັ້ນໃຫ້ຂະແໜງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ
ຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ
ເຂົ້າໃນການຊຸກຍູ້-ສົ່ງເສີມວຽກງານດັ່ງກ່າວ
ໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມໄລຍະໃໝ່
ເປັນຕົ້ນແມ່ນວຽກງານພັດທະນາອັກສອນລາວໃນລະບົບຄອມພິວເຕີ ແລະ
ໂທລະສັບມືຖື ການບໍລິຫານລັດດ້ວຍເອເລັກໂຕຣນິກ
ການກໍ່ສ້າງບຸກຄະລາກອນ ການຄຸ້ມຄອງບໍລິສັດຜູ້ປະກອບການ
ການຄຸ້ມຄອງອຸປະກອນໄອຊີທີ ແລະ
ການຈຳກັດດ້ານຫຍໍ້ທໍ້ຂອງສັງຄົມອອນລາຍ
ພ້ອມນີ້ຍັງຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ
ສ້າງບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ມີຄວາມແທດເໝາະ ແລະ ຮັດກຸມຍິ່ງຂຶ້ນ
ທັງນີ້ເພື່ອຕອບສະໜອງໄດ້ແນວທາງນະໂຍບາຍຂອງພັກ
ທີ່ມີເປົ້າໝາຍສົ່ງເສີມລະບົບໂທລະຄົມມະນາຄົມ ແລະ ການສື່ສານ
ໃຫ້ຄວບຄຸມທຸກພື້ນທີ່ ເຊິ່ງປັດຈຸບັນ ສປປ ລາວ
ມີລະບົບໂທລະສັບໃຊ້ໄດ້ເຖິງ 78% ຂອງຈຳນວນບ້ານທົ່ວປະເທດ ໃນນີ້
ບໍລິການໂທລະສັບມືຖືລະບົບ 3G ຄວບຄຸມໄດ້ 17 ແຂວງ 140 ເມືອງ
ທຽບໃສ່ແຜນການປະຕິບັດໄດ້ລື່ນແຜນ 8 ເມືອງ.
ສຳລັບກອງປະຊຸມວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ປະຈຳປີ 2013 ແລະ ກອງປະຊຸມໄອຊີທີ ຈັດຂຶ້ນລະຫວ່າງວັນທີ 17-18 ກຸມພາ 2014 ໂດຍການເປັນປະທານຂອງທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ເຊິ່ງກອງປະຊຸມໄດ້ຫາລືກ່ຽວກັບການຄຸ້ມຄອງລວມສູນ ລະບົບການສື່ສານ ການຄຸ້ມຄອງຄື້ນຄວາມຖີ່ ການຄຸ້ມຄອງລະບົບສາຍສົ່ງ (ສາຍໄຍແກ້ວ) ການຄຸ້ມຄອງລວມສູນບັນດາໂຄງການດາວທຽມ ວຽກງານນະໂຍບາຍຊຸກຍູ້ບັນດາຜູ້ປະກອບການ ລວມທັງວຽກງານປັບປຸງ-ສ້າງນິຕິກຳກ່ຽວຂ້ອງ.

No comments:
Post a Comment